ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມຄະນະ ຢ້ຽມຢາມສູນຫັດຖະກຳເຄື່ອງປັ້ນດິນເຜົາບ້ານຈ່ານເໜືອ ເມືອງຈອມເພັດ ແຂວງຫຼວງພະບາງ ວັນທີ 16 ທັນວາຜ່ານມາ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ບົວພັນ ອຸດົມສິນ ຮອງເລຂາພັກເມືອງຈອມເພັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ທ່ານ ສົມຫວັງ ນາຍບ້ານໆຈ່ານເໜືອ ໄດ້ລາຍງານສະພາບການພາຍໃນບ້ານ ແລະ ສູນຫັດຖະກຳເຄື່ອງປັ້ນດິນເຜົາບ້ານຈ່ານເໜືອ ວ່າ: ບ້ານຈ່ານເໜືອ ຫ່າງຈາກເທສະບານເມືອງຈອມເພັດປະມານ 5 ກິໂລແມັດ ມີ 97 ຄອບຄົວ ພົນລະເມືອງ 456 ຄົນ ຍິງ 227 ຄົນ ອາຊີບສ່ວນໃຫຍ່ແມ່ນປູກຝັງ ລ້ຽງສັດ ຄ້າຂາຍ ແລະ ເຮັດຫັດຖະກຳປັ້ນໝໍ້ ຫຼໍ່ໄຫ ເຊິ່ງເປັນອາຊີບທີ່ຕິດພັນກັບປະຊາຊົນຊາວບ້ານຈ່ານເໜືອມາແຕ່ສະໄໝເຈົ້າຟ້າງຸ່ມທ້ອນໂຮມອານາຈັກລາວລ້ານຊ້າງ ປັດຈຸບັນ ຄອບຄົວທີ່ເຮັດຫັດຖະກຳປັ້ນໝໍ້ຫຼໍ່ໄຫຢູ່ໃນສູນຫັດຖະກຳເຄື່ອງປັ້ນດິນເຜົາບ້ານຈ່ານເໜືອ ມີ 7 ຄອບຄົວ 14 ຄົນ ເລີ່ມຈັດຕັ້ງເປັນກຸ່ມແຕ່ປີ 2003 ເປັນຕົ້ນມາ ໂດຍເບື້ອງຕົ້ນມີ 15 ຄອບຄົວ ໂດຍໄດ້ຮັບທຶນຈາກສະຫະພາບເອີຣົບ (EU) ໃຫ້ທຶນຊື້ດິນ ສ້າງອາຄານ ຂຸດເຕົາເຜົາ ພ້ອມທັງຈັດຊຸດເຝິກອົບຮົມການຄວັດລວດລາຍ ການແກະສະຫຼັກ ປີ 2009 ກົມພັດທະນາການທ່ອງທ່ຽວ ໄດ້ໃຫ້ທຶນສ້າງເຕົາເຜົາ ປີ 2017 ໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ຂອງທະນາຄານພັດທະນາອາຊີ (ADB) ໃນການສ້າງເສັ້ນທາງເຂົ້າບ້ານ ສ້າງສູນຫັດຖະກຳສາທິດ-ຈຳໜ່າຍເຄື່ອງປັ້ນດິນເຜົາ ແລະ ອື່ນໆ ວັນທີ 21 ສິງຫາ 2020 ເຄື່ອງຫັດຖະກຳປັ້ນໜໍ້ຫຼໍ່ໄຫບ້ານຈ່ານເໜືອ ໄດ້ຮັບກາໝາຍການຄ້າໜື່ງເມືອງ ໜຶ່ງຜະລິດຕະພັນ.

ໂອກາດນີ້ ທ່ານນາງ ປານີ ຢ່າທໍ່ຕູ້ ກໍໄດ້ເນັ້ນໃຫ້ປະຊາຊົນບ້ານຈ່ານເໜືອ ຊ່ວຍກັນອະນຸຮັກເອກະລັກທີ່ເປັນມູນມໍລະດົກໄວ້ໃຫ້ຍືນຍົງ ແລະ ໃຫ້ເປັນເອກະລັກສະເພາະ ພ້ອມທັງເນັ້ນໃຫ້ພາກລັດ ໂດຍສະເພາະຂະແໜງການທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່ ຊອກຫາວີທີຂະຫຍາຍບ່ອນຈຳໜ່າຍສິນຄ້າໃຫ້ກວ້າງຂວາງກວ່າເກົ່າ.

# ຂ່າວ & ພາບ: ສະບາໄພ