ຄະນະບໍລິຫານງານຊາວໜຸ່ມເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ຈັດງານພົບປະເຍົາວະຊົນທັນວາທົ່ວເມືອງປະຈຳປີ 2020 ຂຶ້ນ ວັນທີ 23 ທັນວາ 2020 ຢູ່ສວນພືກສາ ບ້ານດ່ານຊີ ເມືອງນາຊາຍທອງ ໂດຍມີທ່ານ ບຸນຊູ ພະວິເສດ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມາຫະຊົນເມືອງນາຍຊາຍທອງ ທ່ານ ພັນປະສົງ ໄຊຍະວົງສາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ນວ ທ່ານ ພູວົງ ພະມີສິດ ປະທານສະມາຄົມອັນຍະມະນີລາວ ເຈົ້າຂອງສວນພືກສາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ປາວິນາ ສຸຂະບັນດິດ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງນາຊາຍທອງ ກ່າວວ່າ: ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດ ຄົບຮອບ 45 ປີ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ວັນສ້າງຕັ້ງເຍົາວະຊົນທັນວາ ຄົບຮອບ 65 ປີ ເພື່ອສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນຊາວໜຸ່ມທົ່ວປະເທດ ກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ແລະ ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະມາຊິກສະພາປະຊາຊົນ ນວ ໃຫ້ເປັນຂະບວນຟົດຟື້ນ.

ບົນຈິດໃຈດັ່ງກ່າວ ຄະນະບໍລິຫານງານຊາວໜຸ່ມເມືອງນາຍຊາຍທອງ ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ຄະນະນຳຫ້ອງການສຶກສາເມືອງ ຜູ້ອຳນວຍການໂຮງຮຽນ ຄູ-ອາຈານ ສະມາຄົມພໍ່ແມ່ນັກຮຽນ ເລຂາຄະນະພັກຮາກຖານກຸ່ມບ້ານນ້ຳກ້ຽງ ເລຂາໜ່ວຍພັກບ້ານ-ນາຍບ້ານ ພ້ອມນັ້ນ ບັນດາຜູ້ປະກອບການຫົວໜ່ວຍທຸລະກິດ ແລະ ຫ້ອງການອ້ອມຂ້າງເມືອງ ກໍໄດ້ໃຫ້ການສະໜັບສະໜູນດ້ານວັດຖຸ-ປັດໄຈ ໂດຍສະເພາະ ການສະໜັບສະໜູນ ແລະ ເອື້ອອຳນວຍຄວາມສະດວກດ້ານສະຖານທີ່ຈັດງານ ແລະ ອາຫານທ່ຽງຈາກເຈົ້າຂອງສວນພືກສາໃນການຈັດງານຢູ່ສະຖານທີ່ແຫ່ງນີ້.

ງານພົບປະຄັ້ງນີ້ ມີກິດຈະກຳມາຮ່ວມສະແດງ ແລະ ແຂ່ງຂັນ 5 ລາຍການຄື: ກິດຈະກຳແຂ່ງຂັນສິລະປະວັນນະຄະດີ ຂັບລຳທ້ອງຖິ່ນ (ຮ້ອງເພງດ່ຽວ) ແຍກຊັ້ນປະຖົມ ແລະ ມັດທະຍົມ ກິດຈະກຳຟ້ອນລວມໝູ່ຍິງ-ຊາຍ ຖາມ-ຕອບຄວາມຮູ້ຮອບຕົວ ເດີນແບບເຍົາວະຊົນ ແລະ ກິດຈະກຳໄລ່ບານ ທັງນີ້ ເພື່ອປູກຈິດສຳນຶກໃຫ້ຫຼານນ້ອຍເຍົາວະຊົນ-ອະນຸຊົນ ໄດ້ຮຽນຮູ້ໃນການເຄື່ອນໄຫວກິດຈະກຳຕ່າງໆ ເຮັດໃຫ້ເຂົາເຈົ້າໄດ້ມີໂອກາດພົບປະແລກປ່ຽນເຊິ່ງກັນ ແລະ ກັນ ລະຫວ່າງເຍົາວະຊົນໂຮງຮຽນພາກລັດ ແລະ ເອກະຊົນ ໃຫ້ເຂົາເຈົ້າໄດ້ຮູ້ຈັກຄວາມສາມັກຄີຮັກແພງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຮູ້ຈັກເກມການແຂ່ງຂັນ ຮູ້ແພ້ ຮູ້ຊະນະ ແລະ ຮູ້ອະໄພໃຫ້ກັນ ທັງເປັນການເປີດໂອກາດໃຫ້ເຍົາວະຊົນກ້າສະແດງອອກທາງດ້ານຄວາມຮູ້ຄວາມສາມາດ ດ້ານພອນສະຫວັນຂອງຕົນເອງ ເພື່ອຍົກສູງບົດບາດຂອງອົງການຈັດຕັ້ງເຍົາວະຊົນ ໃຫ້ເປັນຂະບວນການພົ້ນເດັ່ນ ແລະ ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ.

ໂອກາດດັ່ງກ່າວ ໃນພິທີຍັງໄດ້ມີການຍ້ອງຍໍຊົມເຊີຍບັນດາພາກສ່ວນ ແລະ ຫົວໜ່ວຍທຸກລະກິດທີ່ໃຫ້ການສະໜັບສະໜູນ ງານພົບປະເຍົາວະຊົນທັນວາຂອງເມືອງນາຊາຍທອງຄັ້ງນີ້ຕື່ມອີກ.





# ຂ່າວ & ພາບ: ລັດເວລາ