ຊົມເຊີຍຕົວແທນນັກຮຽນຈາກນະຄອນຫຼວງວຽງຈັນ 3 ຄົນ (ຍິງ 1) ຄື: ທ້າວ ກິດຊະໄນ ພົມມະວົງສາ ອາຍຸ 18 ປີ ຊັ້ນ ມ7 ໂຮງຮຽນກຽດຕີສັກນານາຊາດ ນາງ ອາມານະ ສຸດທິຈັກ ອາຍຸ 15 ປີ ໂຮງຮຽນແສງ ດາລາ ນານາຊາດ ແລະ ອັນດັບ 3 ນາງ ປາວີນາ ສໍລະຈຳປາ ອາຍຸ 17 ປີ ໂຮງຮຽນປາຖະໜາ ເປັນຕົວແທນ ຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນ ASEAN QUIZ ລະດັບພາກພື້ນໃນຄັ້ງທີ 9 ໂດຍຜ່ານລະບົບ ສືສານແບບທາງໄກ ເຊິ່ງເປັນເຈົ້າພາບໂດຍປະເທດສິງກະໂປ ໃນວັນທີ 16-17 ທັນວາ 2020 ຜ່ານມາ.

ຜົນການແຂ່ງຂັນຜ່ານລະບົບອອນລາຍ (Zoom meeting) ໂດຍການເປັນເຈົ້າພາບຂອງປະເທດສິງກະໂປ ໃນວັນທີ 17 ທັນວາ 2020 ຜ່ານມາ ອັນດັບ 1 ແມ່ນປະເທດອິນໂດເນເຊຍ ເອົາໄປຄອງ 1 ໄດ້ 1.900 ຄະແນນ ອັນດັບ 2 ຕົກເປັນຂອງປະເທດເຈົ້າພາບ ສິງກະໂປ ສ່ວນອັນດັບ 3 ແມ່ນປະເທດບູຣໄນດາລູຊາລາມ ແລະ ອັບດັບ 4 ແມ່ນ ສປປ ລາວ ເຮົາສາມາດຍາດໄດ້ຄະແນນລວມ 800 ຄະແນນ ໄດ້ອັນດັບ 5 ຄືປະເທດກຳປູເຈຍ ແລະ ອັນດັບ 6 ປະເທດໄທ ຂໍຊົມເຊີຍຜົນງານທີ່ນັກຮຽນລາວສາມາດຍາດມາ ໄດ້ໃນຄັ້ງນີ້.


# ຂ່າວ & ພາບ: ບຸນມີ