ພິທີມອບ-ຮັບ ບັດພະນັກງານ-ລັດຖະກອນ ໃຫ້ແກ່ພະນັກງານພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 23 ທັນວາ 2020 ຢູ່ພະແນກດັ່ງກ່າວ ມີທ່ານ ສຸລິວັນ ອ່ອນຕາວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ທ່ານ ສີສະຫວັດ ສິນທະວີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ທ່ານ ກາບແກ້ວ ນາມມະຈັກ ຮອງຫົວໜ້າພະແນກພາຍໃນ ນວ ມີບັນດາຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ຫົວໜ້າຂະແໜງ ພະນັກງານຫຼັກແຫຼ່ງອ້ອມຂ້າງພະແນກເຂົ້າຮ່ວມ.

ໂອກາດນີ້ ທ່ານສຸລິວັນ ອ່ອນຕາວົງ ກ່າວວ່າ: ບັດພະນັກງານ-ລັດຖະກອນ ແມ່ນບັດທີ່ອອກໃຫ້ພົນລະເມືອງລາວ ຜູ້ຖືກຮັບບັນຈຸໃຫ້ເຮັດວຽກ ເລືອກຕັ້ງ ຫຼື ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃດໜຶ່ງ ໃນອົງການຈັດຕັ້ງພັກ-ລັດ ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ ເຊິ່ງບັດດັ່ງກ່າວ ເປັນບັດທີ່ມີ 3 ຄຸນລັກສະນະໃນບັດດຽວຄື: ໃຊ້ເຂົ້າໃນວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ແລະ ເປັນບັດຢັ້ງຢືນການເປັນພະນັກງານ-ລັດຖະກອນ ທັງນຳໃຊ້ເປັນບັດເອທີເອັມ (ATM) ເພື່ອເບີກຈ່າຍເງິນເດືອນ ຫຼື ໃຊ້ເປັນບັດປະກັນສັງຄົມ.

ສຳລັບເປົ້າໝາຍຜູ້ອອກບັດ ກະຊວງພາຍໃນຈະອອກບັດໃຫ້ລັດຖະກອນສົມບູນທີ່ປະຈຳການປົກກະຕິ ສ່ວນລັດຖະກອນທີ່ກຳລັງເຝິກງານ ແລະ ລັດຖະກອນທີ່ບໍ່ໄດ້ປະຈຳການປົກກະຕິ ພາຍຫຼັງໄດ້ຮັບການເລື່ອນເປັນລັດຖະກອນສົມບູນ ແລະ ກັບມາປະຈຳການປົກກະຕິ ກະຊວງພາຍໃນຈຶ່ງຈະພິຈາລະນາອອກບັດໃຫ້ພາຍຫຼັງ ໂດຍບັດພະນັກງານ-ລັດຖະກອນ ມີອາຍຸການນຳໃຊ້ນັບແຕ່ມື້ອອກບັດ ຈົນເຖິງການສິ້ນສຸດການເປັນພະນັກງານ-ລັດຖະກອນ ເຊັ່ນ: ການລາອອກ ການເສຍສັນຊາດລາວ ການປະລະໜ້າທີ່ ການຖືກໄລ່ອອກ ການຮັບອຸດໜູນເທື່ອດຽວ ແລະ ການເສຍຊີວິດ ກໍລະນີໄດ້ຮັບອຸດໜູນບຳນານ ເສຍກຳລັງແຮງງານ ເຈົ້າຂອງບັດ ຍັງສາມາດໃຊ້ເປັນບັດເບີກຈ່າຍເງິນເດືອນ ບັດປະກັນສັງຄົມ ແລະ ທຸລະກຳອື່ນໆ ແຕ່ຈະຖືກຕັດສິດການນຳໃຊ້ບັດໃນວຽກຄຸ້ມຄອງລັດຖະກອນ.

# ຂ່າວ & ພາບ: ສີພອນ