ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ຮ່ວມກັບອົງການແຮງງານສາກົນ ( ILO) ໄດ້ຈັດພິທີສະເຫຼີມສະຫຼອງວັນແຮງງານເຄື່ອນຍ້າຍສາກົນ ຂຶ້ນໃນວັນທີ 22 ທັນວາ 2020 ທີ່ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ມີທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງ ຮສສ ທ່ານ ນາງ ເຂັມພອນ ພາວຄຳແກ້ວ ຕາງໜ້າອົງການແຮງງານສາກົນ ທ່ານ ນາງ ຊາລິນ ທຸລາດາ ຕາງໜ້າອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ ພ້ອມດ້ວຍ ອົງການສາມຝ່າຍ ນັກສຶກສາຈາກ ມຊ ສູນພັດທະນາສີມືແຮງງານນະຄອນຫຼວງວຽງຈັນ ສູນພັດທະນາສີມືແຮງງານລາວ-ເກົາຫຼີ ວິທະຍາໄລເຕັກນິກປາກປ່າສັກ ວິທະຍາໄລເຕັກນິກລາວເຢຍລະມັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ອານຸສອນ ຄຳສິງສະຫວັດ ໄດ້ກ່າວວ່າ: ວັນແຮງງານເຄື່ອນຍ້າຍສາກົນ ກົງກັບວັນທີ 18 ທັນວາ ຂອງແຕ່ລະປີ ເຊິ່ງການສະເຫຼີມສະຫຼອງວັນດັ່ງກ່າວ ສະແດງເຖິງຄວາມເອົາໃຈໃສ່ຂອງລັດຖະບານ ແລະ ທຸກພາກສ່ວນໃນສັງຄົມ ທັງເປັນການປູກຈິດສຳນຶກໃຫ້ທຸກຄົນໄດ້ຮັບຂໍ້ມູນກ່ຽວກັບການເຄື່ອນຍ້າຍແຮງງານແບບປອດໄພ ແລະ ໃນພິທີສະເຫຼີມສະຫຼອງໃນຄັ້ງນີ້ ປະກອບມີຫຼາຍກິດຈະກຳຄື: ການສົນທະນາກ່ຽວກັບວຽກງານແຮງງານເຄື່ອນຍ້າຍ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ມີການແລກປ່ຽນບົດຮຽນ ແລະ ປະສົບການ ພ້ອມທັງເພີ່ມທະວີການມີສ່ວນຮ່ວມໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານເຄື່ອນຍ້າຍຫຼາຍຂຶ້ນ.

ສຳລັບສະພາບການເຄື່ອນຍ້າຍແຮງງານຢູ່ ສປປ ລາວ ກໍມີທັງການເຄື່ອນຍ້າຍແຕ່ເຂດຊົນນະບົດເຂົ້າສູ່ຕົວເມືອງ ແລະ ເຄື່ອນຍ້າຍອອກໄປເຮັດວຽກຢູ່ຕ່າງປະເທດ ນັບທັງຖືກຕ້ອງຕາມກົດໝາຍ ແລະ ແບບບໍ່ຖືກຕ້ອງ ໂດຍສະເພາະແມ່ນການເຄື່ອນຍ້າຍໄປເຮັດວຽກຢູ່ປະເທດໃກ້ຄຽງ ປັດຈຸບັນ ມີແຮງງານລາວທີ່ໄປເຮັດວຽກໂດຍທີ່ຖືກຕ້ອງຕາມກົດໝາຍໂດຍຜ່ານການອະນຸຍາດຈາກກະຊວງ ຮສສ ຢູ່ 3 ປະເທດຄື: ປະເທດໄທ ຍີປຸ່ນ ແລະ ສ.ເກົາຫຼີ ລວມທັງໝົດ 214.000 ຄົນ.


# ຂ່າວ & ພາບ: ເພັດສະໝອນ