ປະຊາຊົນນະຄອນຫຼວງວຽງຈັນ (ນວ) ຮ່ວມກັບສານປະຊາຊົນສູງສຸດ ຈັດກອງປະຊຸມເຊື່ອມຊຶມ ນິຕິກຳກ່ຽວກັບການຕິດຕາມ-ກວດກາ ການປະຕິບັດໜ້າທີ່ຜູ້ພິພາກສາ ຈັດຂຶ້ນວັນທີ 23 ທັນວາ 2020 ຢູ່ສານປະຊາຊົນສູງສຸດ ເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ມີທ່ານ ແສງສຸວັນ ຈັນທະລຸນນະວົງ ປະທານສານປະຊາຊົນ ນວ ພ້ອມດ້ວຍທ່ານຫົວໜ້າກົມ ຮອງກົມ ສານປະຊາຊົນເຂດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈະໄດ້ຜ່ານຂໍ້ຕົກລົງປະທານສານປະຊາຊົນສູງສຸດ ວ່າດ້ວຍການແຕ່ງຕັ້ງຄະນະຮັບ ຜິດຊອບຕິດຕາມ-ກວດກາ ການປະຕິບັດໜ້າທີຂອງຜູ້ພິພາກສາ ພ້ອມທັງໄດ້ຮັບຝັງການເຜີຍແຜ່ເອກະສານ ນິຕິກຳກ່ຽວກັບການຕິດຕາມ-ກວດກາ ການປະຕິບັດໜ້າທີ່ຂອງຜູ້ພິພາກສາ ທັງນີ້ ເພື່ອໃຫ້ການຈັດ ຕັ້ງປະຕິບັດມີຄວາມເປັນເອກະພາບກັນ ແລະ ມີປະສິດທິຜົນ.


# ຂ່າວ & ພາບ: ບຸນມີ