ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງພາຍໃນ ຄັ້ງທີ II ຈັດຂຶ້ນວັນທີ 22 ທັນວາ 2020 ທີ່ກະຊວງພາຍໃນ ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງທັງສອງພາກ ພ້ອມນີ້ ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງພາຍໃນ ສະໄໝທີ II ຈຳນວນ 13 ສະຫາຍ ຍິງ 5 ສະຫາຍ ໃນນີ້ ໄດ້ເລືອກເອົາສະຫາຍ ທອງຈັນ ມະນີໄຊ ເປັນເລຂາຄະນະພັກກະຊວງຊຸດໃໝ່ ສະຫາຍ ນິສິດ ແກ້ວປັນຍາ ເປັນຮອງ ສະຫາຍ ນາງ ທອງຈັນ ແກ້ວແສນຫອມ ເປັນປະທານກວດກາ ສະຫາຍ ຕ໋ອງ ພູມມີພັນ ເປັນຮອງປະທານກວດກາ ນອກຈາກນັ້ນ ຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກຕື່ມອີກ.


# ຂ່າວ & ພາບ: ອົ່ນ ໄຟສົມທອງ