ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ເຄື່ອນໄຫວລົງຮາກຖານກັບທີ່ຢູ່ບ້ານສະພານທອງໃຕ້ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ວັນທີ 22 ທັນວາ 2020 ທີ່ວັດບ້ານດັ່ງກ່າວ ຖືກຕ້ອນຮັບຈາກທ່ານ ນາງ ບົວຈັນ ໂຮມປັນຍາ ນາຍບ້ານສະພານທອງໃຕ້ ມີທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ພ້ອມດ້ວຍຄະນະບ້ານ ອົງການຈັດຕັ້ງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ການລົງຮາກຖານກັບທີ່ຄັ້ງນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວໄລຍະ 6 ເດືອນທ້າຍປີ 2020 ແລະ ຮັບຟັງຂໍ້ສະເໜີຂອງປະຊາຊົນ ເປັນຕົ້ນ ສະເໜີໃຫ້ໂຍທາທິການ ແລະ ຂົນສົ່ງ ຊ່ວຍເອົາແຜນຂະຫຍາຍທາງຮ່ອມ 11 ຮ່ອມຮົ້ວຊັບພະວິຊາ ພໍໄດ້ເປັນບ່ອນອີງໃນການເຮັດຮົ້ວ ຂໍແຮງງານນັກຮຽນ ຕາມທີ່ກະຊວງສຶກສາທິການ ແລະ ກີລາ ໄດ້ຕົກລົງເປັນເອກະພາບໃນບົດບັນທຶກກອງປະຊຸມຮ່ວມທີ່ຫ້ອງປະຊຸມວິທະຍາໄລດັ່ງກ່າວ ໃຫ້ຊ່ວຍແກ້ໄຂຄອງລະບາຍນ້ຳອ່ວຍຫຼ່ວຍ ແລະ ທາງຮ່ອມ 4 ການກໍ່ສ້າງເສັ້ນທາງຕ້ອງໃຫ້ມີຮ່ອງລະບາຍນ້ຳເປື້ອນ ພ້ອມນັ້ນ ສະເໜີໃຫ້ແກ້ໄຂການກາງເຕັ່ນຂາຍເຄື່ອງຕາມແຄມທາງ ເຮັດໃຫ້ການສັນຈອນບໍ່ເປັນລະບຽບຮຽບຮ້ອຍ ເກີດມີລົດຕິດຕື່ມອີກ.

ພາຍຫຼັງທີ່ຮັບຟັງຂໍ້ສະເໜີຂອງປະຊາຊົນແລ້ວ ທ່ານ ສິນລະວົງ ຄຸດໄພທູນ ກໍ່ໄດ້ມີຄຳເຫັນ ພ້ອມທັງໃຫ້ທິດຊີ້ນຳແກ່ອຳນາດການປົກຄອງບ້ານ ແລະ ໄດ້ມອບປຶ້ມມະຕິ 10 ຂອງກົມການເມືອງສູນກາງພັກ ແລະ ນິຕິກຳລຸ່ມກົດໝາຍຈຳນວນໜຶ່ງ ໃຫ້ແກ່ອຳນາດການປົກຄອງບ້ານສະພານທອງໃຕ້ ຕາງໜ້າຮັບຂອງທ່ານ ນາຍບ້ານສະພານທອງໃຕ້.




# ຂ່າວ & ພາບ: ຂັນທະວີ