ໂຊກດີການຢາ ຈັດງານລ້ຽງຕອບແທນຄູ່ຮ່ວມທຸລະກິດ

ບໍ­ລິ­ສັດ ໂຊກ​ດີ​ການ​ຢາ ຂາ​ອອກ-ຂາ​ເຂົ້າ ຈຳ­ກັດ ຜູ້​ດຽວ ຈັດ​ງານ​ລ້ຽງ​ສົ່ງ​ທ້າຍ​ປີ​ເກົ່າ 2020 ແລະ ຕ້ອນ­ຮັບ​ປີ​ໃໝ່​ສາ­ກົນ 2021 ຂຶ້ນ​ວັນ​ທີ 19 ທັນ­ວາ 2020 ທີ່​ໂຮງ­ແຮມ​ຄຣາວ ພລາ​ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ທ່ານ ນາງ ແອ ແກ້ວ​ບຸນ​ພັນ ປະ­ທານ​ບໍ­ລິ­ສັດ​ໂຊກ​ດີ​ການ​ຢາ ຂາ​ອອກ-ຂາ​ເຂົ້າ ຈຳ­ກັດ ຜູ້​ດຽວ  ພ້ອມ​ດ້ວຍ​ບັນ­ດາ​ຮອງ​ລັດ­ຖະ­ມົນ­ຕີ ຫົວ­ໜ້າ​ກົມ ຮອງ​ກົມ ອຳ­ນວຍ​ການ​ໂຮງ­ໝໍ​ສູນ​ກາງ ແຂວງ ຄູ່​ຮ່ວມ​ທຸ­ລະ​ກິດ ຮ້ານ​ຂາຍ​ຢາ ແລະ ຄຣີ​ນິກ​ເຂົ້າ​ຮ່ວມ.

ການ​ຈັດ​ງານ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາ­ມັກ­ຄີ ທັງ​ເປັນ​ການ­ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ຄູ່​ຮ່ວມ​ທຸ­ລະ​ກິດ ທີ່​ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ ແລະ ຢູ່​ຄຽງ​ຂ້າງ​ກັບ​ບໍ­ລິ­ສັດ​ໂຊກ​ດີ​ການ​ຢາ​ຂາ​ອອກ-ຂາ​ເຂົ້າ ຈຳ­ກັດ ຜູ້​ດຽວ ຕະ­ຫຼອດ​ມາ ເຮັດ​ໃຫ້​ບໍ­ລິ­ສັດ​ສາ­ມາດ​ດຳ­ເນີນ​ທຸ­ລະ​ກິດ​ຂະ­ຫຍາຍ­ຕົວ​ຕໍ່​ເນື່ອງ ແລະ ມີ​ຄວາມ​ໝັ້ນ­ຄົງ ພ້ອມ​ນັ້ນ ຍັງ​ເປັນ​ການ​ເປີດ​ໂຕ​ການ​ຮ່ວມ​ມື​ສະ­ໜອງ​ອຸ­ປະ­ກອນ​ການ​ແພດ ເປັນ­ຕົ້ນ​ຢາ ແລະ ເຄື່ອງ­ມື​ການ​ແພດ​ທີ່​ທັນ​ສະ­ໄໝ ລະ­ຫວ່າງ​ບໍ­ລິ­ສັດ ໂຊກ​ດີ​ການ​ຢາ ຂາ​ອອກ-ຂາ​ເຂົ້າ​ຈຳ­ກັດ ຜູ້​ດຽວ ແລະ ບໍ­ລິ­ສັດ ໄບ​ໂອ ຟາມ ເຄ​ມີ​ຕັລ ຈຳ­ກັດ ນອກ​ນັ້ນ ພາຍ​ໃນ​ງານ​ຍັງ​ມີ​ການ​ຈັບ​ສະ­ຫຼາກ​ໃຫ້​ກັບ​ແຂກ​ທີ່​ເຂົ້າ​ຮ່ວມ​ງານ ປະ­ກອບ​ມີ ລົດ­ຈັກ ອຸ­ປະ­ກອນ​ເຄື່ອງ­ໃຊ້​ໄຟ­ຟ້າ 200 ລາຍ­ການ ມູນ​ຄ່າ 400.000 ບາດ ປະ­ມານ 123,1 ລ້ານ​ກີບ.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!