ບໍລິສັດ ພີພີ ໂກບ໋ອນເຮີບ 99 ຂາເຂົ້າ-ຂາອອກ ຈຳກັດ ຈັດງານແຂ່ງຂັນນັກຮ້ອງສຽງດີບັນດາເຜົ່າທົ່ວປະເທດ ໄດ້ເລີ່ມຄັດເລືອກມາແຕ່ທ້າຍປີ 2018 ເປັນຕົ້ນມາ ແລະ ໄດ້ນຳເອົານັກຮ້ອງຕົວແທນບັນດາເຜົ່າທີ່ໄດ້ເຂົ້າຮອບມາແຂ່ງຂັນຮອບຊີງຊະນະເລີດ ຈັດຂຶ້ນວັນທີ 19-20 ທັນວາ 2020 ທີ່ເດີ່ນຜາມໄຊ ສວນເຈົ້າອານຸວົງແຄມຂອງ ເຂົ້າຮ່ວມຂອງທ່ານ ຄຳພັນ ພົນທອງສີ ຫົວໜ້າກົມສິນລະປະ ແລະ ການສະແດງ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ຫຼ້າອູ່ ແສງພອນ ປະທານບໍລິສັດ ພີພີ ໂກບ໋ອນເຮີບ 99 ຂາເຂົ້າ-ຂາອອກ ຈຳກັດ ຮອງເຈົ້າເມືອງຈັນທະບູລີ ແຂກຖືກເຊີນ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ຫຼ້າອູ່ ແສງພອນ ປະທານບໍລິສັດ ພີພີ ໂກບ໋ອນເຮີບ 99 ຂາເຂົ້າ-ຂາອອກຈຳກັດ ກ່າວວ່າ: ການຈັດງານແຂ່ງຂັນນັກຮ້ອງສຽງດີບັນດາເຜົ່າໃນທົ່ວປະເທດ ເພື່ອເປັນການອະນຸຮັກ-ຮັກສາ ສົ່ງເສີມ ວັດທະນະທຳ ຮີດຄອງປະເພນີບັນດາເຜົ່າດ້ານການຮ້ອງເພງ ແລະ ຂັບລຳ ທັງເປັນການເປີດໂອກາດໃຫ້ກັບນ້ອງໆທີ່ມີພອນສະຫວັນ ມັກຮັກໃນດ້ານການຮ້ອງເພງ ຂັບລຳລາວທຸກເຜົ່າ ໄດ້ມີໂອກາດສະແດງຄວາມສາມາດຢູ່ເທີງເວທີ ຜ່ານການແຂ່ງຂັນ ຜູ້ທີ່ຊະນະເລີດທີ 1 ໄດ້ແກ່ ທ້າວ ຕົ້ນ ສຸກພາວັນ ຕົວແທນເຜົ່າອິ້ວມ້ຽນ ແຂວງຫົວພັນ ໄດ້ຮັບເງີນສົດ 5.000.000 ກີບ ພ້ອມທຶນການຮຽນໄອທີຂອງບໍລິສັດ XP Group 1 ຫຼັກສູດ ທີ 2 ທ້າວ ສຸກສາຄອນ ເພັດທອງມາ ຕົວແທນເຜົ່າຜູ້ໄທ ແຂວງຄຳມ່ວນ ໄດ້ຮັບເງິນສົດ 3.000.000 ກີບ ພ້ອມທຶນການຮຽນຈາກບໍລິສັດ XP Group 1 ຫຼັກສູດ ແລະ ທີ 3 ທ້າວ ແຊ້ມ ຄຳພັນ ຕົວແທນເຜົ່າລາວລຸ່ມ ແຂວງວຽງຈັນ ໄດ້ຮັບເງິນສົດ 2 ລ້ານກີບ ພ້ອມທຶນຮຽນຈາກບໍລິສັດ XP Group 1 ຫຼັກສູດ ນອກນັ້ນ ຍັງມີລາງວັນຊົມເຊີຍ 7 ລາງວັນ ລາງວັນລະ 300.000 ກີບ ສ່ວນຜູ້ທີ່ໄດ້ຮັບລາງວັນທີ 1 2 3 ແລະ ລາງວັນຊົມເຊີມ ຍັງຈະໄດ້ເຂົ້າສັງກັດເຮັດວຽກເປັນພະນັກງານຢູ່ບໍລິສັດ ພີພີ ໂກບ໋ອນເຮີບ 99 ຂາເຂົ້າ-ຂາອອກຈຳກັດນຳອີກ.


# ຂ່າວ & ພາບ: ຂັນທະວີ