ກອງປະຊຸມໃຫຍ່ທະນາຍຄວາມທົ່ວປະເທດ ຄັ້ງທີ VIII ຈັດຂຶ້ນວັນທີ 18 ທັນວາ 2020 ຢູ່ສູນຮ່ວມມືສາກົນ ແລະ ການເຝິກອົບຮົມ ລາວ-ຍີ່ປຸ່ນ (ICTC) ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມລາວ (ສທຄ) ມີທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ພ້ອມບັນດາສະມາຊິກສະພາທະນາຍຄວາມທົ່ວປະເທດເຂົ້າຮ່ວມ.

ທ່ານ ວໍລັດສະໝີ ສຸລິປະພັນ ຮອງປະທານສະພາທະນາຍຄວາມລາວ ໄດ້ລາຍງານການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດທິດທາງແຜນການວຽກງານໄລຍະ 5 ປີ ຂອງຄະນະບໍລິຫານງານສະພາທະນາຍຄວາມ ຊຸດທີ VII ແລະ ແຜນພັດທະນາສະພາທະນາຍຄວາມ ແຕ່ປີ 2021-2025 ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ໃນໄລຍະ 5 ປີແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງທະນາຍຄວາມທົ່ວປະເທດ ຄະນະບໍລິຫານງານສະພາທະນາຍຄວາມ ໄດ້ເປັນເຈົ້າການຊີ້ນຳ-ນຳພາ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມດັ່ງກ່າວ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງຍຸຕິທຳ ກ້າວເດີນໄປຕາມແຜນຍຸດທະສາດ ທີ່ກອງປະຊຸມໃຫຍ່ທະນາຍຄວາມໄດ້ກຳນົດເອົາໄວ້ ໃນສະພາບການພາຍໃນຂອງສະພາທະນາຍຄວາມ ສະພາບການພາຍໃນປະເທດເຮົາ ກໍຍັງມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຫຼາຍປະການ ດ້ວຍຈິດໃຈບຸກບືນ ມີຄວາມຮັບຜິດຊອບສູງ ແລະ ເດັດດ່ຽວຜ່ານຜ່າຄວາມຫຍຸ້ງຍາກ ເພື່ອໃຫ້ບັນລຸຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້ແຕ່ລະປີ ແຕ່ລະໄລຍະ ຈຶ່ງມີຜົນສຳເລັດໃນຫຼາຍໆດ້ານ.

ຜ່ານມາ ທະນາຍຄວາມທົ່ວປະເທດໄດ້ຮັບການມອບສິດຈາກປະຊາຊົນ ໃຫ້ເປັນຜູ້ຕາງໜ້າແກ້ໄຂຂໍ້ຂັດແຍ່ງທັງໝົດ 4.091 ຄະດີ ໃນນີ້ ຄະດີອາຍາ 1.313 ຄະດີ ຄະດີແພ່ງ 2.778 ຄະດີ ສຳເລັດ 3.559 ຄະດີ ເທົ່າກັບ 87% ໃນນີ້ ຄະດີອາຍາ 1.024 ຄະດີ ແລະ ຄະດີແພ່ງ 2.535 ຄະດີ ໄດ້ຮັບການແຕ່ງຕັ້ງໂດຍໜ້າທີ່ຕາມການສະເໜີຂອງສານ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຖືກຫາ ໂທດປະຫານຊີວິດ 103 ຄັ້ງ ພິເສດ ມີທະນາຍຄວາມສ້າງຕັ້ງບໍລິສັດດ້ານກົດໝາຍເປັນຂອງຕົນເອງແລ້ວມີພັນທະຕໍ່ລັດ.
# ຂ່າວ & ພາບ: ຊິລິການດາ