ຫ້ອງການສຶກສາທິການ ແລະ ກີບລາ ເມືອງສີໂຄດຕະບອງ ຈັດການແຂ່ງຂັນສິລະປະວັນນະຄະດີ ນ້ອງນັກຮຽນທົ່ວເມືອງສີໂຄດຕະບອງ ປະຈຳປີ 2020 ຈັດຂຶ້ນວັນທີ 19 ທັນວາ 2020 ຢູ່ໂຮງຮຽນຊະນະພົນ ໂດຍມີທ່ານ ສິນໄຊ ສຸທຳມະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງສີໂຄດຕະບອງ ທ່ານ ໂພໄຄ ບົວລະວົງ ຮອງຫົວໜ້າຂະແໜງພະລະ-ສິລະປະ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ມີບັນດາຄະນະຜູ້ອຳນວຍການໂຮງຮຽນ ທັງພາກລັດ ແລະ ເອກະຊົນ ມີຄະນະກຳມະການຕັດສິນ ພ້ອມດ້ວຍຄູອາຈານ ນ້ອງນັກຮຽນ ແລະ ຜູ້ປົກຄອງນັກຮຽນ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ສິນໄຊ ສຸທຳມະວົງ ກ່າວວ່າ: ການຈັດກິດຈະກຳຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໂດຍສະເພາະປະຕິບັດຕາມແຜນການຮຽນ-ການສອນ ໃຫ້ໄດ້ຕາມ 5 ຫຼັກມູນ 3 ລັກສະນະ ແລະ 3 ຂໍ້ແຂ່ງຂັນ ຂອງພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ ກໍຄືກະຊວງສຶກສາທິການ ແລະ ກີລາ ວາງອອກ ທັງເປັນການສົ່ງເສີມນ້ອງໆຜູ້ທີ່ມີພອນສະຫວັນ-ພອນສະແຫວງ ເຂົ້າແຂ່ງຂັນສູງຂຶ້ນໄປ ນອກຈາກນີ້ ຍັງເຮັດໃຫ້ນ້ອງໆມີສຸຂະພາບທີ່ດີ ມີອາລົມຈິດແຈ່ມໃສ ມີຄວາມເບີກບານມ່ວນຊື່ນ ພ້ອມທີ່ຈະເປັນນັກຮຽນເກ່ງ ເປັນຕົວແທນຂອງເມືອງ ເຂົ້າຮ່ວມແຂ່ງຂັນໃນລະດັບນະຄອນຫຼວງວຽງຈັນໃນອະນາຄົດ.

ການແຂ່ງຂັນສິລະປະວັນນະຄະດີນ້ອງນັກຮຽນຊັ້ນປະຖົມ ປະກອບມີ 2 ປະເພດ ຄື: ປະເພດຟ້ອນ ມີ 11 ຄະນະ ແລະ ປະເພດຮ້ອງເພງ ມີ 8 ຄະນະ ຜ່ານການແຂ່ງຂັນ ຜົນປາກົດວ່າ: ປະເພດຟ້ອນ ອັນດັບ 1 ປະຖົມຮຸ່ງເຮືອງ ອັນດັບ 2 ປະຖົມຊະນະພົນ ແລະ ອັນດັບ 3 ຮ່ວມ ປະຖົມຊ້າງນ້ອຍ ແລະ ປະຖົມພີມພອນ ສ່ວນປະເພດຮ້ອງເພງ ອັນດັບ 1 ປະຖົມຊະນະພົນ ອັນດັບ 2 ປະຖົມຊັບປັນຍາ ອັນດັບ 3 ປະຖົມວັນນະພາ ແລະ ອັນດັບ 4 ປະຖົມຈັນສະຫວ່າງ.

ສຳລັບການແຂ່ງຂັນສິລະປະວັນນະຄະດີ ນ້ອງນັກຮຽນຊັ້ນອະນຸບານ (ແຂ່ງຂັນໃນວັນທີ 12 ທັນວາຜ່ານມາ) ມີ 1 ປະເພດ ຄື:ປະເພດຟ້ອນ ມີ 10 ຄະນະເຂົ້າຮ່ວມ ອັນດັບ 1 ອະນຸບານຮຸ່ງເຮືອງ ອັນດັບ 2 ຮ່ວມ ອະນຸບານແສງວິໄລ ອະນຸບານຊ້າງນ້ອຍ ແລະ ອະນຸບານເກສອນ ໄຊສົງຄາມ.
# ຂ່າວ & ພາບ: ສີພອນ