ວັນທີ 18 ທັນວາ 2020 ພະອາຈານ ບຸນຍາດ ຄຳພູ ປະຈຳວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສຳພັນລາວ ພ້ອມຄະນະ ສືບຕໍ່ລົງເຄື່ອນໄຫວຈັດກິດຈະກຳເຜີຍແຜ່ເລົ່າສິນລະທຳຄອບຄົວ ຢາເສບຕິດ ຄາຖາເຊົາຢາສູບ ແລະ ມອບອຸປະກອນການສຶກສາໃຫ້ນັກຮຽນໂຮງຮຽນມັດທະຍົມຕອນຕົ້ນພັນໝັ້ນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມີຄະນະບ້ານ ແນວໂຮມບ້ານພັນໝັ້ນ ຜູ້ອຳນວຍການໂຮງຮຽນ ພະນັກງານຄູອາຈານ ແລະ ນັກຮຽນ 300 ກວ່າຄົນເຂົ້າຮ່ວມ.

ກິດຈະກຳຄັ້ງນີ້ ໄດ້ເຜີຍແຜ່ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ແລະ ຜົນຮ້າຍຂອງການສູບຢາໃຫ້ນັກຮຽນ ພ້ອມທັງແຂ່ງຂັນເລົ່າຄາຖາເຊົາຢາສູບ ແລະ ຢາເສບຕິດ ຜູ້ຊະນະໄດ້ຮັບລາງວັນລົດຖີບ 1 ຄັນ ມອບອຸປະກອນການຮຽນໃຫ້ນັກຮຽນ ແລະມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ໂຮງຮຽນ.


# ຂ່າວ & ພາບ: ສົມສະຫວັນ