ເປີດສາກຂຶ້ນຢ່າງເປັນທາກງານ ການແຂ່ງຂັນບານສົ່ງໃນຮົ່ມ ປະເພດຍິງ ແລະ ທີມຊາຍ ລາຍການທົ່ວປະເທດ ຄັ້ງທີ 3 ຊີງຂັນປະທານບານສົ່ງແຫ່ງຊາດລາວ ຫຼື ສບສ ປະຈຳປີ 2020 ໄດ້ມີຂຶ້ນໃນວັນທີ 20 ທັນວາ 2020 ຢູ່ສະໜາມກີລາກອງທັບ (ຫຼັກ 5) ເພື່ອເປັນການສ້າງຂະບວນການສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ມີທ່ານ ກະເສມ ອິນທະລາ ຮອງປະທານຄະນະກຳມະການໂອແລມປີກແຫ່ງຊາດລາວ (ຄອລ) ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ບັນດາຜູ້ໃຫ້ການສະໜັບສະໜູນຫຼັກ ກໍຄື ບໍລິສັດ ເບຍລາວ ຈຳກັດ ຄະນະນຳແຕ່ລະພາກສ່ວນ ຄູເຝິກ ແລະ ນັກກີລາ ຕະຫຼອດຮອດກອງເຊຍ ແລະ ສື່ມວນຊົນທຸກຂະແໜງການເຂົ້າຮ່ວມຫຼາຍພັນຄົນ.

ໂອກາດນີ້ ທ່ານ ທິບພົງພັດ ມະນີວົງ ຮອງເລຂາທິການ ສະຫະພັນບານສົ່ງແຫ່ງຊາດລາວ ລາຍງານໃຫ້ຮູ້ວ່າ: ລາຍການນີ້ດຳເນີນເປັນເວລາ 8 ວັນ ລະຫວ່າງວັນທີ 19-26 ທັນວາ 2020 ມີການຊີງໄຊທັງໝົດ 2 ລາຍການ ກໍຄື ທີມຍິງ-ທີມຊາຍ ສຳລັບທີມຍິງ ມີ 7 ພາກສ່ວນ ແລະ ທີມຊາຍມີ 15 ພາກສ່ວນ ມີຄະນະນຳ ຄູເຝິກ ແລະ ນັກກີລາ 570 ກວ່າຄົນ ສ່ວນກຳມະການຕັດສິນ 50 ຄົນ ໃນພິທີດັ່ງກ່າວ ທ່ານ ສະຖຽນ ມວນວົງສາ ຜູ້ຈັດການຝ່າຍກິດຈະກຳ ແລະ ອຸປະຖຳບໍລິສັດ ເບຍລາວ ຈຳກັດ ຕາງໜ້າບໍລິສັດ ມອບເງິນອຸປະຖຳຈຳນວນ 165 ລ້ານກີບ ບໍລິສັດ ເອັສພີພີ ການພີມ ແລະ ປ້າຍ 10 ລ້ານກີບ ບໍລິສັດ ວີນ່າ ອຸປະຖຳ 3 ລ້ານກີບ ແລະ ບໍລິສັດອື່ນໆອີກ ໃຫ້ແກ່ການແຂ່ງຂັນລາຍການດັ່ງກ່າວ ຕາງໜ້າຮັບແມ່ນທ່ານ ກະເສມ ອິນທະລາ ນອກນັ້ນ ທາງສະຫະພັນກໍຍັງມອບອຸປະກອນກີລາບານສົ່ງໃຫ້ແຂວງອັດຕະປື ເພື່ອນຳໄປພັດທະນາວົງການກີລາບານສົ່ງແຂວງໃຫ້ເຕີບໃຫຍ່ຂະຫຍາຍຕົວອີກດ້ວຍ.

ສຳລັບການແຂ່ງຂັນຄັ້ງນີ້ ມີທີມເຂົ້າຮ່ວມ 15 ທີມ ແບ່ງເປັນ 4 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດ ຄັດເລືອກເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ປະເພດຊາຍ ກຸ່ມ A ປະກອບມີ ກອງທັບປະຊາຊົນລາວ ວິທະຍາໄລລາວ-ທ໋ອບ ແບັກ ອີເກີ ວີຊີ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ ກຸ່ມ B ລາວເດີນອາກາດ ອິນທະສອນ ກົມໃຫຍ່ພາລາທິການກອງທັບ ແຂວງອັດຕະປື ກຸ່ມ C ຊໍຣີ 2EC ຄະນະວິທະຍາສາດທຳມະຊາດ ມຊ ແລະ ອິນເທັນເຊິນ ວີຊີ ແລະ ປຣິນເຊັດ ວີຊີ ແລະ ກຸ່ມ D ສະໂມສອນ ວຽງຈັນ ນະຄອນຫຼວງ ແລະ ວີແກຣນ ວີຊີ ສ່ວນທີມຍິງມີ 7 ທີມ ແບ່ງເປັນ 2 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດ ຄັດເລືອກເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ກຸ່ມ A ມີ ກອງທັບປະຊາຊົນລາວ ນິວ ອາຊຽນ ອີດູເຄເຊິນ ວີນາ ຄໍລະເຈນ ແລະ ແບັກໂກນ ກຸ່ມ B ແອັງກີເບີດ ສະໂມສອນວຽງຈັນ ມະຫາວິ ທະຍາໄລວິທະຍາສາດສຸຂະພາບ.
# ຂ່າວ & ພາບ: ສີພອນ