ຢູ່ເຮືອນ ພ້ອມທັງເອົາໃຈໃສ່ປະຕິບັດ 7 ວິທີ ສາມາດຫຼຸດຜ່ອນການຕິດເຊື້ອພະຍາດ Covid-19

    ປັດຈຸບັນ ເຊື່ອກັນວ່າຫຼາຍຄົນແມ່ນເອົາໃຈໃສ່ປະຕິບັດຕາມຄຳສັ່ງເລກທີ 06/ນຍ ຂອງນາຍົກ  ລັດຖະມົນຕີ ຄືພ້ອມກັນຢູ່ເຮືອນເພື່ອຫຼຸດຜ່ອນການຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (Covid-19) ແຕ່ການຢູ່ເຮືອນຂອງບັນດາທ່ານ ຈະໃຫ້ໄດ້ປະສິດທິຜົນໃນການຫຼຸດຜ່ອນການຕິດເຊື້ອໄດ້ນັ້ນ ຕ້ອງໄດ້ຈັດຕັ້ງປະຕິບັດຮ່ວມກັບມາດຕະການປ້ອງກັນຕົນເອງໃນ 7 ວິທີທີ່ກະຊວງສາທາ ລະນະສຸກແນະນຳ. 

    ທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ກ່າວວ່າ:  ສຳລັບມາດຕະການປ້ອງກັນຕົນເອງໃນໄລຍະເວລາຢູ່ເຮືອນນັ້ນ ຕ້ອງພ້ອມກັນເອົາໃຈໃສ່ປະຕິບັດ 7 ວິທີຄື: 

1. ເອົາໃຈໃສ່ໃນການລ້າງມືທຸກຄັ້ງ ໃນເມື່ອມີການສຳຜັດກັບວັດຖຸສິ່ງຂອງຕ່າງໆ ການລ້າງມື້ແມ່ນລ້າງໃຫ້ຄົບ 7 ຂັ້ນຕອນ. 

2. ເປີດປະຕູປ່ອງຢ້ຽມເຮັດໃຫ້ອາກາດປອດໂປ່ງ. 

3. ໝັ່ນອະນາໄມຂ້າເຊື້ອໂຕະ ຕັ່ງ ແລະ ອຸປະກອນຕ່າງໆ ລວມເຖິງເຄື່ອງຫຼີ້ນຂອງເດັກນ້ອຍເປັນປະຈຳ. 

4. ປະຕິບັດມາລະຍາດໃນການໄອ ຈາມ. 

5. ພັກຜ່ອນໃຫ້ພຽງພໍ ກິນອາຫານໃຫ້ເປັນປະໂຫຍດ ກິນອາຫານສຸກດີ ສ້າງພູມຕ້ານທານໃຫ້ຮ່າງກາຍ. 

6. ໝັ່ນຕິດຕາມອຸນນະພູມຂອງຄົນຢູ່ພາຍໃນເຮືອນເປັນປະຈຳໃນແຕ່ລະວັນ ພ້ອມກັນນັ້ນ ຖ້າຫາກວ່າມີໄຂ້ ຫຼື ມີອາການເຂົ້າກັບນິຍາມຂອງພະຍາດນີ້ຕ້ອງໄປພົບແພດໝໍ ຫຼື ໂທປຶກສາ 166 ແລະ 165. 

7.  ປ້ອງກັນຄົນໃນຄອບຄົວໃຫ້ດີເຊັ່ນ: ເວລາອອກໄປຂ້າງນອກ ກໍຕ້ອງໃສ່ຜ້າອັດປາກ ພ້ອມທັງປະຕິບັດຫຼັການອະນາໄມ ແລະ ຢູ່ຫ່າງກັນ 1-2 ແມັດ. 

    ຖ້າທຸກຄົນຮ່ວມກັນເອົາໃຈໃສ່ປະຕິບັດ 7 ມາດຕະການນີ້ ກໍຈະສາມາດຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອພະຍາດນີ້ໄດ້ຢ່າງແນ່ນອນ.

error: Content is protected !!