ການໂຄສະນາຜົນຮ້າຍຈາກ ລບຕ ເຮັດໃຫ້ຈໍານວນຜູ້ບາດເຈັບ ແລະ ເສຍຊີວິດຈາກ ລບຕ ຫຼຸດລົງ​

    ໃນໂອກາດລະນຶກວັນສາກົນໂຄສະນາເພື່ອຕ້ານລະເບີດບໍ່ທັນແຕກ ທີ 4 ເມສາ 2020 ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງກະຊວງແຮງງານ ແລະ ສະຫັວດດີການສັງຄົມ ໃນນາມ ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ໄດ້ມີຄຳເຫັນຕໍ່ວັນດັ່ງກ່າວວ່າ: ໃນວັນທີ 4 ເມສາ 2020 ແມ່ນຄົບຮອບ 15 ປີ ໃນແຕ່ລະປີ ພວກເຮົາຈັດພີທີຊຸມນຸມເພື່ອລະນຶກເຖິງວັນສາກົນດັ່ງກ່າວ ແຕ່ໃນປີນີ້ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງ

ພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19)  ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ (ລບຕ) ໜັກໜ່ວງກ່ວາໝູ່ໃນໂລກ ທຽບໃສ່ຫົວຄົນ ຕະຫຼອດ 9 ປີ (ປີ 1964 ເຖິງປີ 1973) ຂອງການຖິ້ມລະເບີດ ທຸກໆ 8 ນາທີ ມີຍົນຫຼາຍກ່ວາ 580.000 ຖ້ຽວ ບັນທຸກລະເບີດມາຖີ້ມລົງໃສ່ຜືນແຜ່ນດິນລາວ ເຊິ່ງມີປະມານ 3 ລ້ານໂຕນ ໃນນັ້ນ ມີລະເບີດລູກຫ່ວານ (ລະເບີດບົມບີ) ປະມານ 270 ລ້ານໜ່ວຍ ແລະ ບົມໃຫ່ຍປະມານ 4 ລ້ານໜ່ວຍ ນັກວິຊາການດ້ານລະເບີດ ຄາດຄະເນວ່າ 30% ຂອງລະເບີດດັ່ງກ່າວແມ່ນບໍ່ທັນແຕກ  ໝາຍຄວາມວ່າ ພາຍຫຼັງສົງຄາມສິ້ນສຸດ ຍັງມີລະເບີດລູກຫວ່ານປະມານ 80 ລ້ານໜ່ວຍ ແລະ ບົມໃຫ່ຍອີກຫຼາຍລ້ານໜ່ວຍຍັງບໍ່ທັນແຕກຕົກຄ້າງຢູ່ປະເທດເຮົາ ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ທີ່ດໍາລົງຊີວິດ ທໍາມາຫາກິນໄດ້ເສຍຊີວິດ ແລະ ຖືກບາດເຈັບເປັນຈຳນວນຫລວງຫລາຍ ແຕ່ 2009 ເຖິງປັດຈຸບັນ ກໍມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດຈາກ ລບຕ ປະມານ 50 ຄົນຕໍ່ປີ. 

    ການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາ ລບຕ ໄດ້ຈັດຕັ້ງປະຕິບັດໃນຊຸມປີ 1990 ຈົນເຖິງປັດຈຸບັນ ພວກເຮົາໄດ້ໂຄສະນາທີ່ມາ ແລະ ຜົນຮ້າຍຂອງ ລບຕ ໄດ້ຊ່ວຍເຫຼືອປິ່ນປົວການແພດ ຟື້ນຟູສຸຂະພາບ ແລະ ປະກອບອາຊີບໃຫ້ຜູ້ລອດຊີວິດຈາກ ລບຕ ໄດ້ກວດກູ້ ລບຕ ອອກຈາກພື້ນທີ່ປະຊາຊົນຕ້ອງການທໍາການຜະລິດກະສິກໍາ ແລະ ໂຄງການພັດທະນາ ສໍາລັບ ປີ 2019 ໄດ້ປະຕິບັດການໂຄສະນາທີ່ມາ ແລະ ຜົນຮ້າຍຈາກ ລບຕ ຢູ່ 572 ເທື່ອບ້ານ ເຮັດໃຫ້ຈໍານວນມີຜູ້ບາດເຈັບ ແລະ ເສຍຊີວິດຈາກ ລບຕ ຫຼຸດລົງເປັນ 25 ຄົນ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລບຕ ໄດ້ທັງໝົດ 216 ຄົນ ສໍາຫຼວດບໍ່ແມ່ນວິຊາການ ເພື່ອຊອກຫາຈຸດ

ຫຼັກຖານ ລບຕ ໄດ້ 608 ບ້ານ ສໍາຫຼວດວິຊາການ ກໍານົດພື້ນທີ່ ລບຕ ໄດ້ 19.862 ເຮັກຕາ ກວດກູ້ ລບຕ ອອກຈາກພື້ນທີ່ໄດ້ທັງໝົດ 5.658 ເຮັກຕາ ແລະ ທໍາລາຍ ລບຕ ໄດ້ທັງໝົດ 128.145 ໜ່ວຍ ທັງໝົດນີ້ ແມ່ນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະ ເປົ້າໝາຍການພັດທະນາແບບຍືນຍົົງ ອັນດັບທີ 18. ສະນັ້ນ ໃນນາມຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ມາຍັງການຈັດຕັ້ງທຸກຂັ້ນ ບັນດາປະເທດຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງສາກົນຕະຫຼອດຮອດບັນດາອົງການປະຕິບັດງານແກ້ໄຂບັນຫາ ລບຕ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຕະຫຼອດມາ ສະແດງຄວາມຂອບໃຈຕໍ່ອົງການ ສປຊ ທີ່ເປັນເພື່ອຮ່ວມງານທີ່ໃກ້ຊິດ ພ້ອມທັງເປັນໃຈກາງໃນການລະດົມທຶນເຂົ້າໃນການແກ້ໄຂບັນຫາ ລບຕ ຢູ່ ສປປ ລາວ.

error: Content is protected !!