ສ້າງຊາຍຟອງເໜືອ-ຊາຍຟອງໃຕ້ ເປັນບ້ານປ້ອງກັນຄວາມສະຫງົບດີ

    ເພື່ອສືບຕໍ່ຜັນຂະຫຍາຍວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຕາມແຜນການຂອງກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນວາງອອກ ເພື່ອຈັດຕັ້ງປະຕິບັດດໍາເນີນການສ້າງ ແລະ ຕີລາຄາຄຸນນະພາບບ້ານປ້ອງກັນຄວາມສະຫງົບ ຢູ່ບ້ານຊາຍຟອງເໝືອ ແລະ ຊາຍຟອງໃຕ້ ເຂດ 3 ສີຖານໃຕ້ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ວັນທີ 16 ທັນວາ 2020 ໄດ້ໄຂພິທີສືບຕໍ່ຜັນຂະຫຍາຍວຽກງານດັ່ງກ່າວຢູ່ບ້ານຊາຍຟອງເໝືອ ແລະ ຊາຍຟອງໃຕ້ ຂຶ້ນຢູ່ວັດບ້ານຊາຍຟອງເໝືອ ໂດຍມີທ່ານ ພັ.ທ ສຸນີ ທະວີໄຊ ຫົວໜ້າ ປກສ ເຂດ 3 ສີຖານໃຕ້ ມີຜູ້ຕາງໜ້າຈາກກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຄະນະບ້ານ ແລະ ກໍາລັງ ປກສ ກອງຫຼອນທັງ 2 ບ້ານ ເຂົ້າຮ່ວມ.

    ທ່ານ ຄໍາໄພສານ ພິມມະສອນ ນາຍບ້ານຊາຍຟອງເໜືອ ກ່າວວ່າ: ບ້ານຊາຍຟອງເໜືອ ມີ 251 ຄອບຄົວ 269 ຫຼັງຄາເຮືອນ ພົນລະເມືອງ 1.220 ຄົນ ຍິງ 671 ຄົນ ແບ່ງເປັນ 22 ໜ່ວຍ ສ່ວນບ້ານຊາຍຟອງໃຕ້ ມີ 223 ຄອບຄົວ 222 ຫຼັງຄາເຮືອນ ພົນລະເມືອງ 1.067 ຄົນ ຍິງ 567 ຄົນ ແບ່ງເປັນ 7 ໜ່ວຍ ໄລຍະຜ່ານມາໄດ້ມີກຸ່ມຄົນຈໍານວນໜຶ່ງໄດ້ພະຍາຍາມເຄື່ອນໄຫວສ້າງຄວາມປັ່ນປ່ວນ ແບ່ງແຍກຄວາມສາມັກຄີພາຍໃນຂອງການຈັດຕັ້ງບ້ານ ເພື່ອສ້າງຄວາມບໍ່ສະຫງົບ ກໍ່ຄວາມວຸ້ນວາຍ ເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບ ນໍາໃຊ້ກົນອຸບາຍເລ່ຫຼ່ຽມສວຍໃຊ້ໂອກາດປຸ້ນຈີ້ ລັກຊັບ ແລະ ຊີງຊັບພົນລະເມືອງ ເຮັດໃຫ້ເກີດມີປາກົດການຫຍໍ້ທໍ້ເກີດຂື້ນຢູ່ໃນສັງຄົມ ຕໍ່ສະພາບດັ່ງກ່າວ ເພື່ອເປັນການຈັດຕັ້ງ ແລະ ແກ້ໄຂບັນຫາສິ່ງຫຍໍ້ທໍ້ ເພື່ອປາບປາມກຸ່ມຄົນບໍ່ດີໃຫ້ໝົດໄປຢູ່ໃນສັງຄົມ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ຈຶ່ງໄດ້ດໍາເນີນແຜນການຈັດຕັ້ງປະຕິບັດວຽກງານການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີໃຫ້ກັບຮາກຖານ ໂດຍຜັນຂະຫຍາຍແນວທາງ ແຜນນະໂຍບາຍ ແຜນພັດທະນາເສດຖະກິດ-ສັງຄົມ ລັດຖະທໍາມະນູນ ກົດໝາຍ ແລະ ລະບຽບການຕ່າງໆ ລົງເຜີຍແຜ່ຈັດຕັ້ງປະຕິບັດມະຕິ ຄໍາສັ່ງ ຂໍ້ຕົກລົງຂອງຂັ້ນເທິງ ເພື່ອໃຫ້ມີປະສິດທິຜົນ ສ້າງໃຫ້ມີຄວາມຍຸຕິທໍາໃນສັງຄົມ ແນໃສ່ເພື່ອຮັບປະກັນໃຫ້ມີສະຖຽນລະພາບດ້ານການເມືອງ ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ນະຄອນຫຼວງວຽງຈັນ.

                                     # ຂ່າວ & ພາບ : ສະບາໄພ

error: Content is protected !!