ທ່ານ ໂຣບິນ ຮາມິວຕັນ-ຄອດສ໌ ທີ່ປຶກສາອາວຸໂສດ້ານການພົວພັນກັບຜູ້ມີສ່ວນຮ່ວມ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງເຊໂປນ ມອບເງິນຄ່າພາສີຊັບພະຍາກອນແຮ່ທາດ ຈາກການຜະລິດ-ຈຳໜ່າຍໂລຫະຄຳ ແລະ ທອງ ປະຈໍາໄຕມາດທີ 3 ປີ 2020 ມູນຄ່າ 3.037.744,05 ໂດລາສະ ຫະລັດ ໃຫ້ກະຊວງການເງິນ ວັນທີ 16 ທັນວາ 2020 ເຊິ່ງຮັບໂດຍທ່ານ ພູດົງ ສຸຂະວົງ ຮັກສາການຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ມີພາກສ່ວນກ່ຍວຂ້ອງ ເຂົ້າຮ່ວມ.

ນັບຕັ້ງແຕ່ເລີ່ມມີການຂຸດຄົ້ນ-ປຸງແຕ່ງ-ຜະລິດຄຳ-ທອງ ປີ 2003 ເປັນຕົ້ນມາ ບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງເຊໂປນ ໄດ້ປະກອບສ່ວນພັນທະຂອງຕົນທີ່ເປັນລາຍຮັບໂດຍກົງ ໃຫ້ລັດຖະບານ ສປປ ລາວ ຫຼາຍກວ່າ 1,5 ຕື້ໂດລາສະຫະລັດ ລວມທັງຄ່າພາສີຊັບພະຍາກອນແຮ່ທາດຫຼາຍກວ່າ 363 ລ້ານໂດລາສະຫະລັດ.