ໄຂກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງ ສພຂ ຫຼວງພະບາງ

    ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງ (ສພຂ) ຫຼວງພະບາງ ຊຸດທີ I ໄຂຂຶ້ນວັນ​ທີ 16 ທັນວາ 2020 ຢູ່ແຂວງດັ່ງກ່າວ ​ໂດຍເປັນປະທານຂອງທ່ານ ສາຍສະໝອນ ຄົມທະວົງ ປະທານ ສພຂ ຫຼວງພະບາງ ມີທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການ​ນຳ​ພັກ-ລັດ ສ​ສ​ຊ ສະມາຊິກສະພາປະຊາຊົນແຂວງ (ສສຂ) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ກອງປະຊຸມດັ່ງກ່າວ ຈະດໍາເນີນແຕ່ວັນທີ 16-19 ທັນວາ 2020 ໂດຍຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງເຈົ້າແຂວງ ຕາມການສະເໜີຂອງຄະນະປະຈໍາ ສພຂ ແລະ ພິຈາລະນາແຕ່ງ ຕັ້ງຮອງເຈົ້າແຂວງ​ ບັນດາຫົວໜ້າພະແນກການ ຫົວໜ້າອົງການທຽບເທົ່າພະແນກ ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021 ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020 ແລະ ແຜນການປະຈໍາປີ 2021 ການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງ ປະຈໍາປີ 2020 ແລະ ແຜນການປະຈໍາປີ 2021 ການຜະລິດສະບຽງອາຫານ ຕາມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສພຂ ການຈັດຕັ້ງປະຕິບັດວຽກງານຕາມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສພຂ ການສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ-19 ການເຄື່ອນໄຫວວຽກງານຂອງອົງການກວດສອບປະຈໍາພາກເໜືອ ປະຈໍາປີ 2020 ແລະ ແຜນການປະຈໍາປີ 2021 ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານປະຈໍາປີ 2019 ການກວດກາຕາມຜົນຂອງການກວດສອບປະຈໍາປີ 2018 ການຈັດຕັ້ງປະຕິບັດວຽກງານຂອງອົງການໄອຍະການປະຊາຊົນປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021 ການຈັດຕັ້ງປະຕິບັດວຽກງານຂອງສານປະຊາຊົນແຂວງປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021 ການຈັດຕັ້ງປະຕິບັດວຽກງານ 5 ປີຜ່ານມາ ວຽກງານ 1 ປີ (2020) ແລະ ແຜນການຈຸດສຸມແຕ່ນີ້ຮອດກອງປະຊຸມຄັ້ງປະຖົມມິລຶກຂອງສະພາແຫ່ງຊາດ ຊຸດທີ II ພ້ອມນີ້ຍັງຈະໄດ້ມີການຮັບຟັງການຊີ້ແຈງຂອງບາງພະແນກການ ຕໍ່ຄຳຊັກຖາມຂອງ ສສຂ ຕື່ມອີກ.

# ຂ່າວ & ພາບ : ສະບາໄພ

error: Content is protected !!