ກວດພົບຮ້ານທີ່ມີການລັກລອບຂາຍປະເວນີ 100 ກວ່າຮ້ານ

   ຄະນະກໍາມະການຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ (ນວ) ກວດພົບຮ້ານທີ່ມີການລັກລອບຂາຍປະເວນີ 105 ຮ້ານ ໃນນັ້ນມີໂຮງແຮມ ເຮືອນພັກ ຮ້ານອາຫານ-ຮ້ານກິນດື່ມ ແລະ ພື້ນທີ່ສັບສົນ  ເດັ່ນກວ່າໝູ່ແມ່ນຮ້ານອາຫານ-ຮ້ານກິນດື່ມ ກວມເອົາ 80 ກວ່າຮ້ານ ທົ່ວ ນວ.

   ທ່ານ ພັນໂທ ສຸລິວັນ ລາດຊະວົງ ຫົວໜ້າຫ້ອງຕໍາຫຼວດ ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດ ນວ ໄດ້ລາຍງານໃນກອງປະຊຸມການຕິດຕາມກວດກາ ແລະ ການຈັດຕັ້ງການເຄື່ອນໄຫວວຽກງານຄ້າມະນຸດປະຈໍາປີ 2019 ທີ່ຈັດຂຶ້ນຕົ້ນເດືອນທັນວາ 2020 ວ່າ:ປີ 2019  ການເກັບກໍາສະຖິຕິກ່ຽວກັບວຽກງານການຄ້າ-ຂາຍປະເວນີໃນ ນວ ຢູ່ບັນດາສະຖານທີ່ຕ່າງໆທີ່ເປັນຈຸດຫຼໍ່ແຫຼມ ເປັນຕົ້ນໂຮງແຮມ ເຮືອນພັກ ຮ້ານກິນດື່ມ-ບັນເທີງຕ່າງໆ ສາມາດກວດພົບຮ້ານອາຫານ-ຮ້ານກິນດື່ມທີ່ມີການຂາຍປະເວນີ 82 ຮ້ານ ໂຮງແຮມ 16 ແຫ່ງ ຮ້ານຄາລາໂອເກະ 3 ຮ້ານ ເຮືອນພັກ 2 ຫຼັງ ແລະ ຮ້ານເສີມຄວາມງາມ-ກາເຟ 2 ຮ້ານ ນອກນີ້ຍັງມີພື້ນທີ່ສັບສົນ 9 ຈຸດ ໂດຍສະເພາະເສັ້ນທາງ 450 ປີ ເຂດບ້ານໜອງບຶກ ບ້ານໂຊກນ້ອຍ ບ້ານໂພນປ່າເປົ້າ ແລະ ອື່ນໆ ໃນຈໍານວນນີ້ໄດ້ເຮັດບົດບັນທຶກ-ສຶກສາອົບຮົມກັບຜູ້ຄ້າປະເວນີ 82 ຄົນ ເປັນຄົນຫວຽດນາມ 21 ຄົນ ຜູ້ຂາຍປະເວນີ 357 ຄົນ ເປັນຄົນຫວຽດນາມ 36 ຄົນ ສຶກສາອົບຮົມຜູ້ທີ່ມີຄວາມສ່ຽງຕົກເປັນເຫຍື່ອການຄ້າມະນຸດ 45 ຄົນ.

   ທ່ານ ພັນໂທ ສຸລິວັນ ລາດຊະວົງ ຍັງກ່າວຕື່ມວ່າ: ປີ 2012-2019 ໄດ້ດໍາເນີນຄະດີຄ້າມະນຸດທັງ ໝົດ 13 ເລື່ອງ ໃນນັ້ນສົ່ງໄອຍະການ 9 ເລື່ອງ ໂຈະການດໍາເນີນ 4 ເລື່ອງ ຜູ້ຖືກເຄາະຮ້າຍມີ 25 ຄົນ ອາຍຸຕໍ່າກວ່າ 18 ປີ 16 ຄົນ ມີຜູ້ຖືກຫາ 13 ຄົນ ຍິງ10 ຄົນ ກໍາລັງດໍາເນີນຄະດີຄ້າ-ຂາຍປະເວນີ 6 ເລື່ອງ ແລະ ຍັງຈະສືບຕໍ່ກວດກາປີ 2020.

error: Content is protected !!