ນວ ສຳເລັດສຳຫຼວດສະຖິຕິກະສິກຳໂດຍພື້ນຖານ

    ກອງປະຊຸມຄະນະຊີ້ນຳລະດັບຊາດ ຄະນະຊີ້ນຳຂັ້ນນະຄອນຫຼວງ ແລະ ເມືອງ ສະຫຼຸບລາຍງານວຽກການສຳຫຼວດສະຖິຕິກະສິກຳທົ່ວປະເທດຄັ້ງທີ III ປີິ 2019-2020 ຂັ້ນນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 16 ທັນວາ 2020 ຢູ່ພະແນກແຜນການ ແລະ ການລົງທຶນ ນວ ໂດຍເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດສະຖິຕິກະສິກຳທົ່ວປະເທດຄັ້ງທີ III ປີ 2020 ມີທ່ານນາງ ເພັດສະໝອນ ສອນ ຮອງຫົວໜ້າສູນສະຖິຕິແຫ່ງຊາດ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ຫົວໜ້າຄະນະຊີ້ນຳການສຳຫຼວດສະຖິຕິກະສິກຳຂັ້ນ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ພູຂົງ ບັນນະວົງ ໄດ້ລາຍງານຜົນການຈັດຕັ້ງປະຕິບັດການສຳຫຼວດສະຖິຕິກະສິກຳ ຄັ້ງທີ III ປີ 2020 ຂັ້ນ ນວ ວ່າ: ນວ ປະກອບມີ 9 ເມືອງ 481 ບ້ານ ແຕ່ການສຳຫຼວດສະຖິຕິກະສິກຳຄັ້ງທີ 3 ໃນຮອບ 10 ປີ ຂອງການສຳຫຼວດທົ່ວປະເທດຄັ້ງນີ້ ໄດ້ກຳນົດເອົາວິທີການສຳຫຼວດແບບຕົວແທນຄອບຄົວສະເພາະເຮັດກະສິກຳ ເຊິ່ງກຳນົດເອົາ 8 ເມືອງ ແລະ 90 ບ້ານຕົວແທນ ກວມເອົາ 19% ຂອງຈຳນວນບ້ານທັງໝົດ ໃນນັ້ນ ແຕ່ລະບ້ານໄດ້ກຳນົດເອົາ 16 ຄົວເຮືອນຕົວແທນ ເພື່ເປັນຂໍ້ມູນໃນການສຳຫຼວດ.

    ຜ່ານການລົງເກັບກໍາຂໍ້ມູນຕົວຈິງແຕ່ວັນທີ 15 ພະຈິກ-12 ທັນວາ2020 ຢູ່ພາກສະໜາມຂອງຂັ້ນ ນວ ສາມາດຈັດຕັ້ງປະຕິບັດສໍາເລັດໂດຍພື້ນຖານ ຕາມແຜນໃນ 90 ບ້ານຕົວແທນ ມີ 1.377 ຄົວເຮືອນຕົວແທນ ເຊິ່ງຂໍ້ມູນທັງໝົດ ຈະເປັນຫຼັກຖານສຳຄັນ ເພື່ອຢັ້ງຢືນໃຫ້ເຫັນເຖິງໝາກຜົນຂອງການປະເມີນ ແລະ ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 8 (2016-2020) ທັງເປັນຂໍ້ມູນໃນການວາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 (2021-2025 ) ກໍຄືແຜນການພັດທະນາເສດຖະກິດ-ສັງຄົມຂອງສູນກາງ ແລະ ທ້ອງຖິ່ນໃຫ້ມີຄວາມໝັ້ນທ່ຽງ ແລະ ກ້າວໄປສູ່ການພັດທະນາແບບຍືນຍົງ ແລະ ສີຂຽວປີ 2030 ເພື່ອນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາປີ 2025 ໃຫ້ມີຜົນສຳເລັດເທື່ອລະກ້າວ.

    ໂອກາດນີ້ ທ່ານ ສົມດີ ດວງດີ ຍັງໄດ້ໃຫ້ທິດຊີ້ນໍາຄະນະການສຳຫຼວດສະຖິຕິກະສິກຳຂັ້ນ ນວ ເປັນຕົ້ນ ການເອົາໃຈໃສ່ຈັດຕັ້ງປະຕິບັດແຜນການສຳຫຼວດທີ່ຍັງບໍ່ທັນສຳເລັດສົມບູນ ໃຫ້ໄປຕາມຂອບຂອງສູນກາງທີ່ວາງໄວ້ ເພື່ອຮັບປະກັນໃຫ້ມີການສຳຫຼວດຖືກຈັດຕັ້ງປະຕິບັດຢ່າງເປັນເອກກະພາບ ຫາກມີການປັບປຸງຂໍ້ມູນ ໃຫ້ແຈ້ງຫ້ອງການສຳຫຼວດຂັ້ນສູນກາງຊາບຢ່າງທັນການ ເພື່ອສັງລວມຕິດຕາມລາຍງານໃຫ້ຄະນະຮັບຊາບແຕ່ລະໄລຍະ ສຳລັບຂໍ້ຫຍຸ້ງຍາກໃນດ້ານຕ່າງໆ ໃຫ້ຄະນະຊີ້ນຳຂັ້ນ ນວ ເມືອງ ເອົາເອົາໃຈໃສ່ສືບຕໍ່ຊຸກຍູ້ນັກເດີນສຳຫຼວດ ນັກກວດກາ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອແນໃສ່ເຮັດໃຫ້ການສຳຫຼວດສະຖິຕິກະສິກຳທົ່ວປະເທດຄັ້ງທີ III ປີ 2020 ຢູ່ຂັ້ນ ນວ ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

                            # ຂ່າວ & ພາບ : ລັດເວລາ

error: Content is protected !!