ກຸ່ມທ້ອນເງິນສະຫະພັນແມ່ຍິງ ນວ ມີທຶນໝູນວຽນ 353 ຕື້ກວ່າກີບ

    ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກຸ່ມທ້ອນເງິນສະຫະພັນແມ່ຍິງທົ່ວນະຄອນຫຼວງວຽງຈັນ ປະຈຳປີ 2020 ແລະ ທິດທາງແຜນການປະຈຳປີ 2021 ຂຶ້ນໃນວັນທີ 16 ທັນວາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ນາງ ຫຼຽນຄຳ ວິລະພັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ມີຕາງໜ້າສະພາປະຊາຊົນນະຄອນຫຼວງວຽງຈັນ ສູນກາງສະຫະພັນແມ່ຍິງລາວ ປະທານກຳມະການກຸ່ມທ້ອນເງິນສະຫະພັນແມ່ຍິງ 9 ຕົວເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ໂຄຕານິນ ພົງຍາລັກ ຮອງຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບດັ່ງກ່າວວ່າ: ທົ່ວ ນວ ມີກຸ່ມທ້ອນເງິນແມ່ຍິງຂັ້ນບ້ານ 420 ກຸ່ມ ມີສະມາຊິກກຸ່ມທັງໝົດ 138.828 ຄົນ ຍິງ 96.595 ຄົນ ປັດຈຸບັນ ຍັງມີ 397 ກຸ່ມ ໃນນີ້ກຸ່ມທ້ອນເງິນອ້ອມຂ້າງເມືອງ 12 ກຸ່ມ ກຸ່ມທ້ອນເງິນຂັ້ນບ້ານ 384 ກຸ່ມ ກຸ່ມທ້ອນເງິນກອງບັນຊາການທະຫານ ນວ 1 ກຸ່ມ ກຸ່ມທ້ອນເງິນທີ່ເຄື່ອນໄຫວປົກະຕິ ມີ 317 ກຸ່ມ ກຸ່ມທ້ອນເງິນບໍ່ສາມາດປັນຜົນທ້າຍປີໄດ້ຕາມກຳນົດ 26 ກຸ່ມ ກຸ່ມທ້ອນເງິນບໍ່ເຄື່ອນໄຫວແລ້ວ ແຕ່ຍັງສືບຕໍ່ເກັບເງິນສົ່ງຄືນໃຫ້ສະມາຊິກ ມີ 54 ກຸ່ມ ກຸ່ມທ້ອນເງິນທີ່ຢຸດການເຄື່ອນໄຫວ ຫຼື ຍຸບແລ້ວ ເຊິ່ງສາມາດເກັບເງິນສົ່ງຄືນໃຫ້ສະມາຊິກ ມີ 23 ກຸ່ມ.

    ມາຮອດປັດຈຸບັນ ກຸ່ມທ້ອນເງິນຂອງສະມາຊິກທີ່ຍັງເຄື່ອນໄຫວປົກກະຕິ ມີຮ່ວງເງິນຄື: ເງິນທ້ອນສະມາຊິກທັງໝົດ 289 ຕື້ກວ່າກີບ ເງິນປ່ອຍກູ້ 261 ຕື້ກວ່າກີບ ເງິນດອກເບ້ຍ 17 ຕື້ກວ່າກີບ ທຶນສຳຮອງ 19 ຕື້ກວ່າກີບ ທຶນພັດທະນາ 1,6 ຕື້ກວ່າກີບ ທຶນສຶກສາ-ຮຽນຮູ້ 1,8 ຕື້ກວ່າກີບ ທຶນສະຫວັດດີການ 6,6 ຕື້ກວ່າກີບ ທຶນບໍລິຫານກຸ່ມ 1 ຕື້ກວ່າກີບ ເງິນໃນທະນາຄານ 34 ຕື້ກວ່າກີບ ເງິນສົດມີ 8 ຕື້ກວ່າກີບ ລວມທຶນໝູນວຽນທັງໝົດ 353 ຕື້ກວ່າກີບ.

​                                         # ຂ່າວ & ພາບ: ເພັດສະໝອນ

error: Content is protected !!