ຖ່າຍທອດຄວາມຮູ້ ວິທີການປູກມອນ-ລ້ຽງມ້ອນ

    ການສຳມະນາວິທະຍາສາດ ກ່ຽວກັບການປູກມອນ-ລ້ຽງມ້ອນ ຈັດຂຶ້ນລະຫວ່າງວັນທີ 15-17 ທັນວາ 2020 ນີ້ ທີ່ບໍລິສັດສອງມືນາງ ຈຳກັດ ເປັນປະທານນາງ ແກ້ວສາຍໃຈ ໄຊຍະສອນ ປະທານບໍລິສັດສອງມືນາງຈຳກັດ ມີທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ Huang Xing ຮອງອະທິການບໍດີ ມະຫາວິທະຍາໄລ ຊູໂຈ ລາວ ພ້ອມດ້ວຍບັນດາຜູ້ເຂົ້າຮ່ວມສຳມະນາຈາກຂະແໜງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນ ກຸ່ມຜູ້ຜະລິດ ຊາວສວນທີ່ປູກມອນ-ລ້ຽງມ້ອນ ຜູ້ປະກອບການບໍລິສັດ ນັກຄົ້ນຄວ້າ ແລະ ນັກສຶກສາ.

    ການຈັດສໍາມະນາຄັ້ງນີ້ ເພື່ອເປັນໂອກາດດີໃນການຖ່າຍທອດຄວາມຮູ້ ສົນທະນາ ແລະ ແລກປ່ຽນບົດຮຽນລະຫວ່າງບັນດາຜູ້ທີ່ດຳເນີນທຸລະກິດ ນັກວິຊາການ ແລະ ຊ່ຽວຊານດ້ານການປູກມອນ-ລ້ຽງມ້ອນ ທັງສູນກາງ ແລະ ທ້ອງຖິ່ນ ພ້ອມນັ້ນ ພາຍໃນການສໍາມະນາດັ່ງກ່າວ ຍັງມີການວາງສະແດງ ແລະ ຈໍາໜ່າຍສິນຄ້າທີ່ເປັນຜະລິດຕະພັນຂອງຄົນລາວ ແລະ ພືດຜັກກະສິກໍາອິນຊີຕື່ມອີກ.

                            # ຂ່າວ & ພາບ : ຂັນທະວີ

error: Content is protected !!