ສຕສ ສາມາດສ້າງບຸຄະລາກອນໃຫ້ຂະແໜງການໄດ້ເກືອບ 1.000 ຄົນ

     ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາໄລຍະ 5 ປີ ຄັ້ງທີ II (2016-2020) ແລະ ແຜນພັດທະນາໄລຍະ 5 ປີ ຄັ້ງທີ III (2021-2025) ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຈັດຂຶ້ນວັນທີ 16 ທັນວາ 2020 ຢູ່ສະຖາບັນດັ່ງກ່າວ ໂດຍການເປັນປະທານຂອງທ່ານ ທອງໃສ ຊານໄຊຍະ ຮອງລັດຖະມັນຕີກະຊວງ ປທສ ທ່ານ ສາຍຝົນ ບຸດຈັນທະລາດ ຫົວໜ້າ ສຕສ ມີບັນດາກົມ ພະແນກອ້ອມຂ້າງກະຊວງ ປທສ ພະນັກງານ-ຄູອາຈານ ແລະ ນັກສຶກສາພາຍໃນສະຖາບັນ ເຂົ້າຮ່ວມຢ່າງພ້ອມພຽງ.

     ໂອກາດນີ້ ທ່ານ ສາຍຝົນ ບຸດຈັນທະລາດ ໄດ້ກ່າວສະຫຼຸບເຖິງແຜນງານຕະຫຼອດໄລຍະ 5 ປີຜ່ານມາ (2016-2020) ເຊິ່ງສາມາດສ້າງບຸຄະລາກອນໃຫ້ຂະແໜງການໄດ້ເຖິງ 996 ຄົນ ມີການພັດທະນາຫຼັກສູດຢ່າງຕໍ່ເນື່ອງ ເພື່ອໃຫ້ມີເນື້ອຫາທີ່ທັນຍຸກສະໄໝ ບວກກັບການຮ່ວມມືກັບພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດຢ່າງຕໍ່ເນື່ອງ ໂດຍສະເພາະ ວຽກງານການພັດທະນາສື່ການຮຽນຮູ້ຕະຫຼອດຊີວິດ ການລິເລີ່ມການຄົ້ນຄວ້າວິໄຈດ້ານໄອຊີທີ ເພື່ອໃຫ້ຂະແໜງມີການພັດທະນາແບບຕໍ່ເນື່ອງ ການບົ່ມເພາະຜູ້ປະກອບການໃໝ່ ຫຼື Start-up ເປັນຕົ້ນ.

    ສຸດທ້າຍ ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານ-ຄູອາຈານ ແລະ ວິຊາການທຸກທ່ານ ສືບຕໍ່ມູນເຊື້ອທີ່ດີ ນອກຈາກວຽກງານການສ້າງບຸຄະລາກອນແລ້ວ ຍັງຕ້ອງເປັນແບບຢ່າງ ເປັນແນວໜ້າ ໃນການຊຸກຍູ້ ແລະ ສົ່ງເສີມການນໍາໃຊ້ເຕັກໂນໂລຊີ ໄອຊີທີ ໃຫ້ເກີດຜົນປະໂຫຍດສູງສຸດ ທັງໃນການຈັດຕັ້ງປະຕິບັດໜ້າທີ່ການງານ ຊີວິດສ່ວນຕົວ ໃຫ້ສາມາດປະກອບສ່ວນເຂົ້າໃນວຽກງານການພັດທະນາເສດຖະກິດ-ສັງຄົມຂອງຊາດ.

     ທ່ານ ທອງໃສ ຊານໄຊຍະ ໄດ້ມີຄໍາເຫັນ ແລະ ໃຫ້ທິດຊີ້ນໍາໃນທີ່ປະຊຸມ ໂດຍໄດ້ຕີລາຄາສູງເຖິງຜົນສໍາເລັດທີ່ຫຼວງຫຼາຍ ໃນການຈັດຕັ້ງປະຕິບັດວຽກໃນໄລຍະ 5 ປີຜ່ານມາຂອງ ສຕສ ພ້ອມໄດ້ເນັ້ນໃຫ້ຄະນະນໍາ ແລະ ພະນັກງານຄູອາຈານ ສືບຕໍ່ຕັ້ງໜ້າຈັດຕັ້ງປະຕິບັດວຽກງານການສ້າງ ແລະ ພັດທະນາບຸຄະລາກອນຂອງຕົນໃຫ້ມີຄຸນນະພາບສູງ ພ້ອມຕອບໂຈດຂອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃຫ້ສາມາດປະກອບສ່ວນເຂົ້າໃນວຽກງານການພັດທະນາເສດຖະກິດ-ສັງຄົມ ແລະ ຂະບວນການການຫັນເປັນດິຈິຕອນຂອງປະເທດຊາດເຮົາ.

# ຂ່າວ & ພາບ : ສີພອນ

error: Content is protected !!