ຄະນະພັກຫ້ອງວ່າການປະທານປະເທດ ດຳເນີນກອງປະຊຸມສະມາຊິກພັກ

    ກອງປະຊຸມສະມາຊິກພັກ ຂອງອົງຄະນະພັກຫ້ອງວ່າການປະທານປະເທດ ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຈັດຂຶ້ນວັນທີ 16 ທັນວາ 2020 ຢູ່ຫ້ອງວ່າການປະທານປະເທດ ໂດຍເປັນປະທານຂອງສະຫາຍ ຄຳເມິງ ພົງທະດີ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ ມີສະຫາຍຮອງເລຂາຄະນະພັກ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການປະທານປະເທດ ພ້ອມບັນດາສະຫາຍສະມາຊິກພັກເຂົ້າຮ່ວມ.

    ສະຫາຍ ຄຳເມິງ ພົງທະດີ ກ່າວໃນກອງປະຊຸມບາງຕອນວ່າ: ໃນ 5 ປີຜ່ານມາ ໄດ້ບັນທຶກເອກະສານຂາເຂົ້າ ຈາກພາກສ່ວນຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ ຈຳນວນ 16.340 ສະບັບ ແລະ ເອກະສານຂາອອກ ຂອງຫ້ອງວ່າການປະທານປະເທດ ຈຳນວນ 2.792 ສະບັບ ຄົ້ນຄວ້າ ແລະ ນຳສະເໜີອອກລັດຖະດຳລັດຍ້ອງຍໍຫຼຽນໄຊແຕ່ລະປະເພດ ໃຫ້ແກ່ບຸກຄົນ ແລະ ກົມກອງລວມໝູ່ ທັງພາຍໃນ ແລະ ຕ່າງປະເທດ ຈຳນວນ 1.877 ສະບັບ ເຊິ່ງມີຫຼຽນປະເພດຕ່າງໆ ຈຳນວນ 120.237 ໜ່ວຍ ຄົ້ນຄວ້າ ແລະ ນຳສະເໜີຂໍລາຍເຊັນປະທານປະເທດໃສ່ໃບຮັບປະກັນຫຼຽນໄຊແຕ່ລະປະເພດ ຈຳນວນ 356.275 ໃບ ໃສ່ໃບຢັ້ງຢືນນາມມະຍົດວິລະຊົນ ນັກຮົບແຂ່ງຂັນແຫ່ງຊາດ ຈຳນວນ 131 ໃບ ໄດ້ກວດກາ ແລະ ນຳສະເໜີປະທານປະເທດ ພິຈາລະນາອອກລັດຖະດຳລັດວ່າດ້ວຍການຮຽກກັບ ແຕ່ງຕັ້ງເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ໄປປະຈຳຢູ່ຕ່າງປະເທດ ຈຳນວນ 69 ປະເທດ(ສານ ຮຽກກັບຈຳນວນ 65 ປະເທດ ແລະ ສານແຕ່ງຕັ້ງ ຈຳນວນ 69 ປະເທດ ແລະ 2 ອົງການຈັດຕັ້ງສາກົນ).

                            # ຂ່າວ & ພາບ : ຊິລິການດາ

error: Content is protected !!