ການນໍາພັກ-ລັດ ຮ່ວມໃສ່ບາດຖວາຍທານ ເນື່ອງໃນວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ

    ພິທີໃສ່ບາດຖວາຍສັງຄະທານພະສົງ 113 ອົງ ອຸທິດເຖິງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຄົບຮອບ 100 ປີ ໄດ້ມີຂຶ້ນວັນທີ 13 ທັນວາ 2020 ທີ່ຫໍພິພິຕະພັນໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ມີທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ທ່ານ ທອງລຸນສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍການນໍາຂັ້ນສູງ ອະດີດການນໍາພັກ-ລັດ ຄອບຄົວການນໍາ ຍາດຕິພີ່ນ້ອງ ແລະ ມວນຊົນເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. 

    ການຈັດພິທີຄັ້ງນີ້ ເພື່ອອຸທິດສ່ວນບຸນສ່ວນກຸສົນ ແລະ ສະແດງຄວາມຮູ້ບຸນຄຸນເຖິງປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພິ່ນໄດ້ນໍາພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ມີຜົນສໍາເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້ນໍາພາຂອງພັກ-ລັດເຮົາໃນເມື່ອກ່ອນ ພ້ອມນັ້ນ ທ່ານປະທານໄກສອນ ພົມວິຫານ ຍັງເປັນນັກຮັກຊາດຜູ້ຍິ່ງໃຫຍ່ ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ ເປັນນັກປະຕິວັດຜູ້ດີເລີດ ແລະ ເປັນຜູ້ນໍາສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ ສະຫຼາດຫຼັກແຫຼມ ມີໄຫວພິບອັນແຫຼມຄົມ ອົງອາດກ້າແກ່ນ ທັງມີນໍ້າໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ ແລະ ເປັນຜູ້ນໍາທີ່ແສນເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ເປັນວິລະບູລຸດຂອງຊາດລາວ ຊີວິດ ແລະ ພາລະກິດປະຕິວັດຂອງປະທານໄກສອນ ພົມວິຫານ ໄດ້ຕິດພັນຢ່າງສະໜິດແໜ້ນ ກັບຂະບວນການວີວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວມີໄຊ ເພິ່ນໄດ້ອຸທິດຊີວິດຂອງຕົນໃຫ້ແກ່ການປະຕິວັດຂອງປະເທດເຮົາ ຄຸນງາມຄວາມດີຂອງທ່ານ ຈະຢູ່ໃນຄວາມຊົງຈໍາຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄປ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!