ຍົກລະດັບເປັນສະຖາບັນເຕັກໂນໂລຊີສຸດສະກະ

    ສະຖາບັນ ເຕັກໂນໂລຊີ ສຸດສະກະ ໄດ້ຈັດພິທີໄຂເປັນສະຖາບັນຢ່າງເປັນທາງການ ຂຶ້ນວັນທີ 11 ທັນວາ 2020 ຢູ່ສະຖາບັນດັ່ງກ່າວ ທີ່ວິທະຍາເຂດໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ແລະ ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ນາງ ວັນຄໍາ ສຸລິຍາ ປະທານສະຖາບັນເຕັກໂນໂລຊີ ສຸດສະກະ ກ່າວວ່າ: ວິທະຍາໄລສຸດສະກະ ເພື່ອການບໍລິຫານ ແລະ ເຕັກໂນໂລຢີ ສ້າງຕັ້ງຂຶ້ນໃນປີ 2002 ແລະ ດຳເນີນເປີດການຮຽນ-ການສອນຄັ້ງທຳອິດໃນປີ 2003-2004 ເປັນຕົ້ນມາ ແລະ ໄດ້ຖືກຍົກສະຖານະມາເປັນສະຖາບັນເຕັກໂນໂລຊີສຸດສະກະ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ວ່າດ້ວຍການຍົກສະຖານະວິທະຍາໄລດັ່ງກ່າວຂຶ້ນເປັນສະຖາບັນເຕັກໂນໂລຊີສຸດສະກະ ສະບັບເລກທີ 4839/ສສກ ແລະ ອີງຕາມແຈ້ງການຂອງກົມການສຶກສາຊັ້ນສູງ ໂດຍເຫັນດີໃຫ້ເປີດການຮຽນ-ການສອນຫຼັກສູດລະດັບປະລິນຍາຕີ ແລະ ຮັບນັກສຶກສາເຂົ້າຮຽນສົກສຶກສາ 2020-2021. 

    ສະຖາບັນເຕັກໂນໂລຊີສຸດສະກະ ໄດ້ດໍາເນີນການຈັດຕັ້ງສອບເສັງເພື່ອຮັບນັກສຶກສາເຂົ້າຮຽນໃນຫຼັກສູດ ລະດັບປະລິນຍາຕີ ສົກຮຽນ 2020-2021 ໃນ 5 ສາຂາວິຊາຄື: ສາຂາວິຊາການສື່ສານຂໍ້ມູນ ແລະ ລະບົບເຄືອຂ່າຍຄອມພິວເຕີ ການສ້າງໂປຣແກມຄອມພິວເຕີ ການເງິນ-ການທະນາຄານ ເຕັກໂນໂລຊີຂໍ້ມູນຂ່າວສານທາງທຸລະກິດ ແລະ ສາຂານິເທດສາດ. 

    ໄລຍະຜ່ານມາ ນັກສຶກສາທີ່ຈົບຈາກວິທະຍາໄລສຸດສະກະ ເພື່ອການບໍລິຫານ ແລະ ເຕັກໂນໂລຢີ ທັງລະບົບປະລິນຍາຕີ ແລະ ຊັ້ນສູງ ມີທັງໝົດ 1.770 ຄົນ ຍິງ 458 ຄົນ ໃນນັ້ນ ມີນັກສຶກສາລະດັບປະລິນຍາຕີຈົບອອກໄປຈາກ 3 ສາຂາຄື: ວິທະຍາສາດຄອມພິວເຕີ ການເງິນ-ການທະນາຄານ ແລະ ບໍລິຫານທຸລະກິດ 639 ຄົນ ຍິງ 137 ຄົນ ແລະ ນັກສຶກສາຈົບລະດັບຊັ້ນສູງ (3 ປີ) ມີ 1.131 ຄົນ ຍິງ 321 ຄົນ ຈາກ 4 ສາຂາວິຊາຄື: ວິທະຍາສາດຄອມພິວເຕີ ການເງິນ-ການທະນາຄານ ບໍລິຫານທຸລະກິດ ແລະ ນິເທດສາດ. 

    ປັດຈຸບັນສະຖາບັນເຕັກໂນໂລຊີສຸດສະກະ ມີນັກສຶກສາເຂົ້າຮຽນໃນລະດັບປະລິນຍາຕີ ແລະ ຊັ້ນສູງ ມີທັງໝົດ 1.025 ຄົນ ຍິງ 330 ຄົນ ໃນນັ້ນ ກໍາລັງສຶກສາໃນ 5 ຫຼັກສູດລະດັບປະລິນຍາຕີ 472 ຄົນ ຍິງ 176 ແລະ ພວມສຶກສາໃນ 4 ຫຼັກສູດ ລະດັບຊັ້ນສູງມີ 553 ຄົນ ຍິງ 154 ຄົນ. 

    ຜົນງານນັກສຶກສາ ຂອງສະຖາບັນເຕັກໂນໂລຊີສຸດສະກະໃນໄລຍະຜ່ານມາຈົນເຖິງປັດຈຸບັນ ໄດ້ສຳເລັດການສ້າງວັດຈະນານຸກົມດິຈິຕອນອັງກິດ-ລາວ ໄດ້ເຂົ້າຮ່ວມແຂ່ງຂັນຫຸ່ນຍົນປະຈໍາປີ 2008 ຢູ່ມະຫາວິທະຍາໄລແຫ່ງຊາດ ໄດ້ລາງວັນຊະນະເລີດ ແລະ ແຂ່ງຂັນຫຸ່ນຍົນປະເທດລຸ່ມແມ່ນໍ້າຂອງ Mekong Region Robot Competition 2010 ນັກສຶກສາຂອງວິທະຍາໄລສຸດສະກະເຂົ້າຮ່ວມ ສາມາດຍາດໄດ້ລາງວັນຊະນະເລີດ ແລະ ແຂ່ງຂັນທີ່ປະເທດມາເລເຊຍ ໄດ້ຮັບລາງວັນອອກແບບດີເດັ່ນ ແລະ ເຂົ້າຮ່ວມການແຂ່ງຂັນການສ້າງແອັບແອນດຣອຍ ໂຄງການຂອງບໍລິສັດ ຊໍາຊຸງ ໄດ້ຮັບລາງວັນຊະນະເລີດ ແລະ ລາງວັນຂວັນໃຈມະຫາຊົນ ໃນປີ 2015 ເຊິ່ງແອັບດັ່ງກ່າວທີ່ສ້າງຂຶ້ນໄດ້ນໍາໄປພັດທະນາ ແລະ ໄດ້ຖືກນຳໃຊ້ເຂົ້າໃນການແນະນໍາສະຖານທີ່ທ່ອງທ່ຽວໃນລາວ ແລະ ອື່ນໆ. .

                           # ຂ່າວ & ພາບ : ລັດເວລາ

error: Content is protected !!