ການນຳ ນວ ຢ້ຽມຊົມຮູບພາບຜົນງານ 45 ປີ

   ວັນທີ 11 ທັນວາ 2020 ການນຳນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍຊາວໜຸ່ມ-ເຍົາວະຊົນ ນຳໂດຍທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນໄປຢ້ຽມຊົມຮູບພາບຢູ່ງານວາງສະແດງ 45 ປີແຫ່ງການເຕີບໃຫຍ່ຂອງການສ້າງຕັ້ງ ສປປລາວ ຈັດຂຶ້ນຢູ່ທີ່ພິພິທະພັນໄກສອນ ພົມວິຫານນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ລະນຶກວັນຄ້າຍວັນເກີດປະທານໄກສອນ ພົມວິຫານຄົບຮອບ 100 ປີ.

    ການຢ້ຽມຊົມຄັ້ງນີ້ ໄດ້ຮັບຟັງການອະທິບາຍຜົນງານການເຕີບໃຫຍ່ຂະຫຍາຍຕົວຂອງການສ້າງສາພັດທະນາປະເທດຊາດໃນ 6 ຂົງເຂດວຽກງານ ແລະ ຜົນງານອັນໃຫຍ່ຫຼວງຂອງປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ແລະ ຜ່ານການທ່ຽວຊົມຮູບພາບທີ່ມາວາງສະແດງຫຼາຍກວ່າ 250 ຮູບນັ້ນ ໄດ້ສ້າງຄວາມສົນໃຈໃຫ້ແກ່ຜູ້ທີ່ເຂົ້າທ່ຽວຊົມ ແລະ ໂອກາດໄປທ່ຽວຊົມຮູບພາບຄັ້ງນີ້ ນະຄອນຫຼວງຍັງໄດ້ມອບເງິນຊຸກຍູ້ເຂົ້າໃນການຈັດກິດຈະກຳ 20 ລ້ານກີບ ໃຫ້ແກ່ພິພິທະພັນໄກສອນ ພົມວິຫານຕື່ມອີກ.

error: Content is protected !!