ໄຂບໍລິການຮ້ານ Momizu House Lao

    ຮ້ານ Momizu House Lao ໄດ້ໄຂບໍລິການເປັນທາງການຢູ່ສູນການຄ້າ Parkson ນະຄອນຫຼວງວຽງຈັນ ເມື່ອວັນທີ 12 ທັນວາ 2020 ຜ່ານມາ ໂດຍມີທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຜູ້ບໍລິຫານຮ້ານ Momizu House Lao ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. 

    ທ່ານນາງ ເພັດໄພລິນ ຈັນທະບູຣີ ເຈົ້າຂອງຮ້ານ Momizu House Lao ກ່າວວ່າ: Momizu House ໄດ້ເລີ່ມທຸລະກິດຮ້ານຈໍາໜ່າຍເຄື່ອງດື່ມຊານົມຊີສ ແລະ ເບີເກີຣີ ບໍ່ພຽງເທົ່າໃດປີ ແຕ່ດ້ວຍຣົດຊາດຍອດນິຍົມໃນທຸກກຸ່ມຄົນ ຈຶ່ງເຮັດໃຫ້  Momizu House ຂະຫຍາຍສາຂາຂອງຕົນຢ່າງວ່ອງໄວ ພຽງແຕ່ປີດຽວທີ່ເລີ່ມກິດຈະການ ມີເຖິງ 16 ສາຂາ ສະເພາະ 3 ເດືອນທ້າຍປີນີ້ ຈະຂະຫຍາຍເປັນ 31 ສາຂາໃນປະເທດໄທ ແລະ ມື້ນີ້ກໍໄດ້ເປີດສາຂາທໍາອິດຢູ່ ສປປ ລາວ.

    Momizu House ເປັນຜະລິດຕະພັນເຄື່ອງດື່ມທີ່ນໍາໃຊ້ສ່ວນປະກອບ ແລະ ວັດຖຸດິບທີ່ມີຄຸນນະພາບນໍາເຂົ້າຈາກຕ່າງປະເທດ ດ້ວຍແນວຄວາມຄິດ ແລະ ນະວັດຕະກໍາໃໝ່ທີ່ສ້າງສັນ ສູດການຜະລິດທີ່ຄົ້ນຄິດຂຶ້ນຢ່າງພິຖີພິຖັນ ໂດຍຊ່ຽວຊານມືອາຊີບລະດັບສູງ ໄດ້ຮັບການພັດທະນາຈົນກາຍເປັນເອກະລັກສະເພາະຕົວທີ່ໃຜໆກໍຍອມຮັບ ແລະ ເປັນຜະລິດຕະພັນລະດັບພຣີມ່ຽມ ຄຸນນະພາບສູງ ແຕ່ລາຄາບໍ່ແພງ ເຊັ່ນ: ໂມມີຊຸ ເຮົ້າສ໌ ຣ໊ອກໄກໂດ ຊີສ ເບິ່ນ ຊານົມ ຊີສ ເບິ່ນ ເຟຣສ໌ ມິວ ຊີສ ເບິ່ນ ເຟຣສ໌ ມິວ ອອນເຊັນ ແລະ ຊາຂຽວພຣີມ່ຽມ.

                            # ຂ່າວ & ພາບ : ສະບາໄພ

error: Content is protected !!