ເຂົ້າຊົມງານມະໂຫລານສຽງແຄນເຊື້ອຊາດລາວໂດຍບໍ່ເສຍຄ່າ

    ທ່ານ ຄໍາພັນ ເໜືອນສິດທິດາ ປະທານສະມາຄົມສິລະປະແຄນລາວ ໄດ້ຖະແຫຼງຂ່າວວັນທີ 11 ທັນວາ 2020 ທີ່ສະມາຄົມດັ່ງກ່າວວ່າ: ງານມະໂຫລານສຽງແຄນເຊື້ອຊາດລາວ ມໍລະດົກໂລກ ເພື່ອສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ສ້າງຂະບວນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XI ຂອງພັກ ຈະໄດ້ຈັດຂຶ້ນວັນທີ 18 ທັນວາ 2020 ທີ່ຫໍວັດທະນະທໍາແຫ່ງຊາດປະກອບມີກິດຈະກໍາແຂ່ງຂັນສີມືຊ່າງເຮັດແຄນດີເດັ່ນໃນທົ່ວປະເທດ ປະຈໍາປີ 2020 ໂດຍຈະປະກາດຜູ້ຊະນະເລີດ ພ້ອມທັງມີການສະແດງສິລະປະຢູ່ເທິງເວທີ ໃນນີ້ ຈະມີການຖ່າຍທອດສົດທາງໂທລະພາບແຫ່ງຊາດລາວ ເພື່ອໃຫ້ສັງຄົມທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຊົມຢ່າງກວ້າງຂວາງ ສະນັ້ນ ຂໍເຊີນຊວນທຸກພາກສ່ວນຈາກອົງການຈັດຕັ້ງພາກລັດ ເອກະຊົນ ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມຮັບຊົມງານມະໂຫລານສຽງແຄນເຊື້ອຊາດລາວທີ່ຈະຈັດຂຶ້ນວັນທີ 18 ສິງຫາ 2020 ເຊິ່ງການເຂົ້າຊົມງານດັ່ງກ່າວແມ່ນບໍ່ໄດ້ເສຍຄ່າ.

    ພິທີຖະແຫຼງຂ່າວດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ວິລະຈິດ ພິລາພັນເດຊ ທີ່ປຶກສາກຸ່ມບໍລິສັດ ເຄພີ.

                            # ຂ່າວ & ພາບ : ຂັນທະວີ

error: Content is protected !!