ທູດອາຊຽນ ປະຈຳ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ

    ໃນວັນທີ 10-12 ທັນວາ 2020 ທ່ານ ທອງຜ່ານ ສະຫວັນເພັດ ຮອງ ລັດຖະມົນຕີກະຊວງການຕ່າງ ປະເທດ   ໄດ້ນຳພາຄະນະຜູ້ແທນບັນດາທູຕານຸທູດອາຊຽນ (ບຣູໄນ ດາຣູຊາລາມ ກຳປູເຈຍ ອິນໂດເນເຊຍ ມາເລເຊຍ ມຽນມາ ຟິລິບປິນ ສິງກະໂປ ແລະ ໄທ) ປະຈຳ ສປປ ລາວ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ.       

    ການຢ້ຽມຢາມຄັ້ງນີ້ ແມ່ນເປັນໜຶ່ງໃນກິດຈະກໍາທີ່ສະເໜີຢູ່ກອງປະຊຸມປຶກສາຫາລື ລະຫວ່າງກະຊວງການຕ່າງປະເທດ ແລະ ບັນດາທູດອາຊຽນປະຈໍາ ສປປ ລາວ (ASEAN Consultative Meeting), ເຊິ່ງບັນດາທູດອາຊຽນປະຈໍາ ສປປ ລາວ ໄດ້ມີຄວາມສົນໃຈເພື່ອມາຊອກຮູ້ສະພາບຈຸດພິເສດ ກໍຄືການພັດທະນາເສດຖະກິດ-ສັງຄົມ ທ່າແຮງ ແລະ ຂໍ້ມູນການລົງທຶນຂອງແຂວງສະຫວັນນະເຂດ.

    ໃນໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະບັນດາທູຕານຸທູດອາຊຽນປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ຜູ້ຊີ້ນໍາວຽກງານເສດຖະກິດ ເຊິ່ງທ່ານຮອງເຈົ້າແຂວງໄດ້ສະແດງ ຄວາມຊົມເຊີຍ ແລະ ຂອບໃຈຕໍ່ຄະນະນຳກະຊວງການຕ່າງປະເທດ ແລະ ຄະນະທູຕານຸທູດທີ່ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງສະຫວັນນະເຂດໃນຄັ້ງນີ້ ພ້ອມທັງແຈ້ງສະພາບການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ທ່າແຮງບົ່ມຊ້ອນທີ່ສຳຄັນ ເປັນຕົ້ນ ກະ ສິກຳ ອຸດສາຫະກຳປຸງແຕ່ງ ການຂຸດຄົ້ນພະລັງງານ-ບໍ່ແຮ່ ແລະ ການບໍລິການ ເປັນແຂວງຍຸດທະສາດທີ່ນັກລົງທຶນຕ່າງປະເທດຈໍານວນຫຼາຍໃຫ້ ຄວາມສົນໃຈ ມີເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ແຫ່ງອື່ນໆທີ່ຮອງຮັບ ແລະ ອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນຕ່າງປະເທດ.

      ປັດຈຸບັນ ປະເທດທີ່ເຂົ້າມາລົງ ທຶນຢູ່ແຂວງຫຼາຍທີ່ສຸດແມ່ນ: ສປ ຈີນ ລາຊະອານາຈັກໄທ ແລະ ສສ ຫວຽດນາມ ຕາມລຳດັບ.

         ໃນໂອກາດນີ້ ທ່ານນາງ ເບລິນດາ ແອນເຕ ເອກອັກຄະລັດຖະທູດຟີລິບປິນ ປະຈຳ ສປປ ລາວ ໃນຖານະປະເທດປະສານງານ ແລະ ທູດອາວຸໂສ ກໍໄດ້ຕາງໜ້າໃຫ້ແກ່ບັນດາທູຕາ ນຸທູດອາຊຽນ ສະແດງຄວາມຍິນດີ ແລະ ຂອບໃຈເປັນຢ່າງຍິ່ງ ມາຍັງທ່ານຮອງເຈົ້າແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແລກປ່ຽນຂໍ້ມູນທີ່ເປັນປະໂຫຍດ ກ່ຽວກັບສະພາບຈຸດພິເສດ ທ່າແຮງ ແລະສະພາບການພັດທະນາ ເສດຖະກິດ-ສັງຄົມຂອງແຂວງໂດຍລວມ ແລະ ເນັ້ນຢໍ້າກ່ຽວກັບການພັດທະນາ-ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ທີ່ປຽບຄືດັ່ງກະດູກສັນຫຼັງຂອງການພັດທະນາ ເສດຖະກິດຂອງປະເທດຊາດ.

    ຫຼັງຈາກນັ້ນ ຄະນະທ່ານຮອງລັດຖະມົນຕີ ແລະ ບັນດາທູຕານຸທູດອາຊຽນ ກໍໄດ້ເດີນທາງໄປຢ້ຽມຢາມເຂດເສດຖະກິດພິເສດສະຫວັນ-ເຊ ໂນ ເຊິ່ງໄດ້ຮັບຟັງການບັນຍາຍ ໂດຍຫຍໍ້ ກ່ຽວກັບເຂດເສດຖະກິດພິເສດ ສະຫວັນ-ເຊໂນ ແລະ ທ່ຽວຊົມ ບັນດາໂຮງຈັກໂຮງງານທີ່ສຳຄັນພາຍໃນເຂດເສດຖະກິດພິເສດ.

    ຄະນະດັ່ງກ່າວ ຍັງໄດ້ມີໂອກາດໄປທ່ຽວຊົມສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ ແລະ ປະຫວັດສາດທີ່ສໍາຄັນຂອງ ແຂວງ ເຊິ່ງກໍໄດ້ສ້າງຄວາມປະທັບໃຈໃຫ້ແກ່ບັນດາທູຕານຸທູດອາຊຽນ ແລະ ເປັນການປະກອບສ່ວນອັນສຳຄັນໃຫ້ແກ່ພື້ນຖານເສດຖະກິດຂອງທ້ອງຖິ່ນນຳອີກດ້ວຍ.

error: Content is protected !!