ຣີສອດຫ້ວຍຂຸມຄໍາ ພັດທະນາຫຼາຍຈຸດເພື່ອດຶງດູດນັກທ່ອງທ່ຽວໃຫ້ນັບມື້ຫຼາຍຂຶ້ນ

    ພາຍຫຼັງທີ່ສະພາບການລະບາດຂອງພະຍາດໂຄວິດ-19 ຜ່ອນຜັນລົງ ຣີສອດຫ້ວຍຂຸມຄໍາ ກໍໄດ້ມີການປັບປຸງ ພັດທະນາໃຫ້ມີຄວາມສວຍງາມ ແລະ ມີສະພາບແວດລ້ອມດີຂຶ້ນກວ່າເກົ່າ ເພື່ອຕອບສະໜອງແນວທາງນະໂຍ ບາຍຂອງພັກ-ລັດ ໂດຍສະເພາະ ການສົ່ງເສີມກິດຈະກໍາ “ລາວທ່ຽວລາວ” ແນໃສ່ເພື່ອຮອງຮັບນັກທ່ອງທ່ຽວ ກໍຄືມວນຊົນຊາວນະຄອນຫຼວງວຽງຈັນເຂົ້າມາທ່ຽວຊົມ ແລະ ພັກຜ່ອນຢ່ອນໃຈຢູ່ຣີສອດແຫ່ງນີ້ໃຫ້ນັບມື້ຫຼາຍຂຶ້ນ ໂດຍສະເພາະ ການສໍາຜັດກັບອາກາດທີ່ປອດໂປ່ງ ປາສະຈາກມົນລະພິດ ເຕັມໄປດ້ວຍຕົ້ນໄມ້ນາໆພັນ ແລະ ກິ່ນອາຍທໍາມະຊາດທີ່ແທ້ຈິງ.

    ທ່ານ ແສງແກ້ວ ປ່ອນສະຫວັນ ເຈົ້າຂອງຣີສອດຫ້ວຍຂຸມຄໍາ ໃຫ້ສໍາພາດວັນທີ 11 ທັນວາ 2020 ວ່າ: ປັດຈຸບັນ ຣີສອດຫ້ວຍຂຸມຄໍາໄດ້ພັດທະນາຈຸດຕ່າງໆໃຫ້ມີຄວາມສວຍງາມກວ່າເກົ່າ ເພື່ອໃຫ້ສາມາດດຶງດູດນັກທ່ອງທ່ຽວໃຫ້ນັບມື້ຫຼາຍຂຶ້ນ ໂດຍສະເພາະ ໄດ້ສ້າງຈຸດຖ່າຍຮູບໃໝ່ ນໍ້າພຸ ບ່ອນຫຼິ້ນຂອງເດັກນ້ອຍ ພິເສດ ຍັງໄດ້ຂະຫຍາຍສວນອາຫານສໍາລັບເດັກ ພ້ອມທັງໄດ້ເສີມເຄື່ອງຫຼິ້ນໃຫ້ຫຼາຍຂຶ້ນ ໂດຍສະເພາະສະໄລເດີ້ ສວນສະໜຸກ ມ້າໂຍກ ລົດຊິ້ງ ລົດໄຟ ແລະ ອື່ນໆ ນອກນີ້ ຍັງມີສວນໄດໂນເສົາ ຕູບ 30 ກວ່າຕູບ ພ້ອມດ້ວຍອາຫານສົດ-ໃໝ່ ໂດຍສະເພາະອາຫານລາວ ແລະ ອາຫານຕ່າງໆຕາມສັ່ງ ມີໂຮງແຮມ ເຮືອນພັກ ຄາຣາໂອເກະແບບວີໄອພີ ແລະ ເດີ່ນກີລາຫຼາຍປະເພດໄວ້ຄອຍບໍລິການໃນລາຄາບໍ່ແພງ ໂດຍບັນດາແຂກທີ່ເຂົ້າມາທ່ຽວຊົມ ຈະບໍ່ໄດ້ເກັບຄ່າຝາກລົດ ສ່ວນຄ່າຜ່ານປະຕູສໍາລັບຜູ້ໃຫຍ່ ລາຄາ 15.000 ກີບຕໍ່ຄົນ ເດັກນ້ອຍ 10.000 ກີບຕໍ່ຄົນ ໃນນີ້ເສຍຄ່າຜ່ານປະຕູແລ້ວສາມາດຊົມສວນໄດໂນເສົາ ອາບນໍ້າຢູ່ສະລອຍນໍ້າ ຫຼິ້ນຊິງຊ່າມ້າໝູນ ແລະ ນໍາໃຊ້ຕູບໂດຍບໍ່ໄດ້ເສຍຄ່າ.

    ໂອກາດນີ້ ກໍຂໍເຊີນຊວນບັນດາທ່ານເຂົ້າມາສໍາຜັດກັບບັນຍາກາດຕົວຈິງໄດ້ ເຊິ່ງຣີສອດຫ້ວຍຂຸມຄໍາ ຕັ້ງຢູ່ບ້ານດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃກ້ກັບ 4 ແຍກໄຟອໍານາດນາຄວາຍ ເປີດບໍລິການທຸກວັນ ເລີ່ມແຕ່ 9:00 ໂມງເຊົ້າ-23:00 ໂມງກາງຄືນ ຫຼື ສາມາດຕິດຕໍ່ສັ່ງຈອງໄດ້ທີ່ເບີ 020 55541085 ແລະ 020 55604537.

                            # ຂ່າວ & ພາບ : ສະບາໄພ

error: Content is protected !!