ພິທີມອບ-ຮັບໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ 4 ແຍກໄຟອໍານາດຕານມີໄຊ ເມືອງໄຊທານີ ຫາ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 10 ທັນວາ 2020 ເຊິ່ງມອບໂດຍທ່ານ ຮົວ ແສງອາລຸນ ປະທານກຸ່ມບໍລິສັດ ຕັງຈະເລີນ ຈໍາກັດຜູ້ດຽວ ແລະ ຮັບໂດຍທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ ນວ) ໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຮອງລັດຖະມົນຕີກະຊວງການເງິນ ຮອງເຈົ້າຄອງ ນວ ແລະ ພາກສ່ວນກ່ຽວຂ້ອງ.
ທ່ານ ຮົວ ແສງອາລຸນ ກ່າວວ່າ: ເພື່ອປະຕິບັດຕາມນະໂຍບາຍຂອງລັດຖະບານ ໃນການພັດທະນາເສດຖະກິດ-ສັງຄົມ ເຊິ່ງຖືເອົາການພັດທະນາພື້ນຖານໂຄງລ່າງເປັນພື້ນຖານໃຫ້ການພັດທະນາດ້ານອື່ນໆ ຂະຫຍາຍຕົວ ແລະ ມີຄວາມສະດວກສະບາຍ ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ 4 ແຍກໄຟອໍານາດຕານມີໄຊ ຫາ 3 ແຍກສີເກີດ ເປັນເສັ້ນທາງໜຶ່ງທີ່ເຂົ້າແຜນບູລິມະສິດທຶນເປົ້າໝາຍຂອງລັດຖະບານ ເລີ່ມແຕ່ປີ 2017 ເປັນຕົ້ນມາ.
ເສັ້ນທາງດັ່ງກ່າວ ມີຄວາມຍາວ 9,3 ກິໂລ ແມັດ ກວ້າງ 28 ແມັດ ໜ້າທາງປູດ້ວຍເບຕົງເສີມເຫຼັກ ໜາ 23 ຊັງຕີແມັດ ມີ 6 ເລນລົດແລ່ນ ພ້ອມທັງດອນກາງທາງ ທາງຄົນຍ່າງສອງເບື້ອງ ໄຟເຍືອງທາງ ຍົກຍ້າຍ-ຕິດຕັ້ງຕາຂ່າຍໄຟຟ້າ 22 Kv ຄືນໃໝ່ ຍົກຍ້າຍ-ຕິດຕັ້ງສາຍເຄເບິນໃໝ່ ຍົກຍ້າຍ-ຕິດຕັ້ງລະບົບນ້ໍາປະປາໃໝ່ ແລະ ລະບົບລະບາຍນໍ້າສອງຂ້າງທາງ ລວມມູນຄ່າ 45.110.661,61 ໂດລາສະຫະລັດ.
ນັບແຕ່ມື້ເລີ່ມກໍ່ສ້າງເສັ້ນທາງດັ່ງກ່າວເປັນຕົ້ນມາ ບໍລິສັດໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປະສານສົມທົບກັບເຈົ້າຂອງໂຄງການ ອໍານາດການປົກຄອງ ຕະຫຼອດຮອດປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ໂດຍສະເພາະການປຸກລະດົມຂົນຂວາຍໃຫ້ເຂົາເຈົ້າມີສ່ວນຮ່ວມໃນການຂະຫຍາຍໜ້າທາງໃຫ້ໄດ້ຕາມມາດຕະຖານເຕັກນິກ ພ້ອມທັງໄດ້ສຸມທຶນຮອນ ພາຫານະກົນຈັກ ພະນັກງນວິຊາການເປັນຈໍານວນຫຼວງຫຼາຍເຂົ້າໃນການກໍ່ສ້າງ ເພື່ອເຮັດໃຫ້ສໍາເລັດຕາມລະດັບຄາດໝາຍ.
