ພົບ 2 ກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຈາກສູນຈໍາກັດບໍລິເວນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃຫ້ຮູ້ວັນທີ 7 ພະຈິກ 2020 ວ່າ: ວັນທີ 6 ທັນວາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 314 ຄົນ ໃນນັ້ນມີ 1 ຕົວຢ່າງຈາກບຸກຄົນທົ່ວໄປ ມີອາການ 128 ຕົວຢ່າງຈາກບຸກຄົນທົ່ວໄປ ບໍ່ມີອາການ 6 ຕົວຢ່າງຈາກແຮງງານລາວມາແຕ່ໄທ ແຮງງານຈີນ 148 ຕົວຢ່າງ ແຮງງານໄທ 26 ຕົວຢ່າງ ແຮງງານລາວມາແຕ່ມຽນມາ 2 ຕົວຢ່າງ ຜູ້ຕິດເຊື້ອນ້ຳເບີ 28, 30 ແລະ 31 ມາກວດຄືນທັງໝົດ 3ຕົວຢ່າງ ເຊິ່ງຜົນກວດວິເຄາະທັງໝົດແມ່ນພົບຜູ້ຕິດເຊື້ອໃໝ່ 2 ຄົນຄື:

    ເພດຊາຍອາຍຸ 65 ປີ ສັນຊາດຣັດເຊຍ ອາຊິບນັກບິນ ຈຳກັດບໍລິເວນຢູ່ໂຮງແຮມແຫ່ງໜຶ່ງທີ່ຄະນະສະເພາະກິດກຳນົດໄວ້ໃນນະຄອນຫຼວງວຽງຈັນ ກ່ອນມາ ສປປ ລາວ ໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19 ຢູ່ປະເທດອິນໂດເນເຊຍໃນວັນທີ 2 ທັນວາ 2020 ແລະ ບໍ່ພົບເຊື້ອ ວັນທີ 5 ທັນວາ ເດີນທາງຈາກປະເທດມາເລເຊຍ ຜ່ານປະເທດໄທ ແລະ ມາຮອດ ສປປ ລາວ ໄດ້ເກັບຕົວຢ່າງທີ່ສະໜາມບິນວັດໄຕ  ແລະ ຈຳກັດບໍລິເວນທີ່ໂຮງແຮມແຫ່ງໜຶຶ່ງທີ່ຄະນະສະເພາະກິດກຳນົດໄວ້ ຕອນເຊົ້າວັນທີ 6 ທັນວາ ຜູ້ກ່ຽວຮູ້ສຶກເຈັບຄໍ  ແລະ  ໜາວສັ່ນໜ້ອຍໜຶ່ງ ແຕ່ບໍ່ມີອາການໄຂ້ ຜົນກວດອອກມາ ພົບເຊື້ອພະຍາດໂຄວິດ-19 ປັດຈຸບັນປິ່ນປົວຢູ່ໂຮງໝໍມິດຕະພາບ ສະເພາະຜູ້ໂດຍສານທີ່ເດີນທາງຮ່ວມສາຍການບິນທັງໝົດມີ 20 ຄົນ ລວມທັງຜູ້ກ່ຽວ ສ່ວນໃຫ່ຍແມ່ນນັກບິນ ແລະ ນາຍຊ່າງ ທັງໝົດແມ່ນໄດ້ເກັບຕົວຢ່າງກວດແຕ່ບໍ່ພົບເຊື້ອ ຍົກເວັ້ນຜູ້ກ່ຽວ.

    ອີກກໍລະນີໜຶ່ງ ເປັນເພດຍິງ ອາຍຸ 19 ປີ ສັນຊາດລາວ ອາຊີບ ນັກສຶກສາ ຮຽນຢູ່ຣັດເຊຍ ຈຳກັດບໍລິເວນຢູ່ສູນແຫ່ງໜຶ່ງທີ່ຄະນະສະເພາະກິດກຳນົດໄວ້ໃນນະຄອນຫຼວງວຽງຈັນ ບໍ່ມີອາການສະແດງອອກ ກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ວັນທີ 23 ພະຈິກ 2020 ໄດ້ກວດ COVID-19 ດ້ວຍ RT-PCR ຢູ່ຣັດເຊຍ ຜົນກວດແມ່ນບໍ່ພົບເຊື້ອ ວັນທີ 27 ພະຈິກ ເດີນທາງຈາກສະໜາມບິນຂອງປະເທດຣັດເຊຍ ໂດຍຖ້ຽວບິນຍົນເໝົາລໍາພິເສດ ABG 9985/9986 ວັນທີ 28 ພະຈິກ ມາຮອດສະໜາມບິນວັດໄຕ ມີຜູ້ໂດຍສານທັງໝົດ 79 ຄົນ ແລະ ທັງໜົດໄດ້ເກັບຕົວຢ່າງກວດ ຫຼັງຈາກນັ້ນ ໄດ້ເດີນທາງຈາກສະໜາມບິນວັດໄຕ ມາຍັງສູນຈຳກັດບໍລິເວນໃນນະຄອນຫຼວງວຽງຈັນດ້ວຍລົດເມ ມີທັງໝົດ 27 ຄົນ ລວມທັງຜູ້ກ່ຽວ ແລະ ພະນັກງານຂັບລົດເມ ວັນທີ 29 ພະຈິກຜົນກວດອອກມາແມ່ນບໍ່ພົບເຊື້ອໂຄວິດ-19 ທັງໝົດຈໍານວນ 79 ຄົນ ລວມທັງຜູ້ກ່ຽວ ພາຍຫຼັງຈໍາກັດບໍລິເວນໄດ້ 8 ມື້ (28/11-5/12/20) ໄດ້ເກັບຕົວຢ່າງມາກວດຄືນເປັນຄັ້ງທີ 2 ວັນທີ 6 ທັນວາ ຜົນກວດອອກມາພົບເຊື້ອພະຍາດໂຄວິດ-19 ແລ້ວນໍາເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ.

    ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 06 ທັນວາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 82.178 ຕົວຢ່າງ ກວດພົບເຊື້ອສະສົມ 41 ຄົນ ປັດຈຸບັນ ສຳລັບຄົນເຈັບຕິດເຊື້ອພະຍາດໂຄວິດ-19 ນ້ຳເບີ 27 ຫາ ນ້ຳເບີ 41 ແມ່ນສືບຕໍ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບ ທຸກຄົນແມ່ນມີອາການເບົາບາງ.

                            # ຂ່າວ & ພາບ : ຂັນທະວີ

error: Content is protected !!