ອອກຈາກໂທດປັບໃໝ ກໍກ້ຽວມາໃສ່ໂທດ ຮິບວັດຖຸສິ່ງຂອງ ຊຶ່ງຕາມປະມວນກົດໝາຍອາຍາ ກົດໝາຍວ່າດ້ວຍຢາເສບຕິດ ກໍລ້ວນແຕ່ໄດ້ກຳນົດໂທດໃສ່ແຕ່ລະການກະທຳຜິດ ນັບແຕ່ໂທດຕັດອິດສະຫຼະພາບ ໂທດປະຫານຊີວິດ ໂທດດັດສ້າງໂດຍບໍ່ຕັດອິດສະຫຼະພາບ ໂທດປັບໃໝ ໂທດຮິບຊັບ ຫຼື ໂທດຕຳໜິວິຈານ ໄວ້ໃນບາງກໍລະນີຂອງການກະທຳຜິດ.
ສະນັ້ນ ໂທດຮິບວັດຖຸສິ່ງຂອງກໍແມ່ນໂທດປະເພດໜຶ່ງທີ່ສຳຄັນ ແລະ ຈະສົ່ງຜົນສະທ້ອນໂດຍກົງຕໍ່ຜູ້ທີ່ຖືກລົງໂທດປະເພດນີ້ ແຕ່ເຖິງຢ່າງໃດກໍຕາມ ເນື່ອງຈາກວ່າ ຊັບສິ່ງຂອງທີ່ຜູ້ກະທຳຜິດໄດ້ມານັ້ນ ແມ່ນໄດ້ມາຈາກການກະທຳຜິດ ຫຼື ແມ່ນຊັບທີ່ຜູ້ກະທຳຜິດໄດ້ນຳໃຊ້ເຂົ້າໃນການກະທຳຜິດເປັນຕົ້ນຕໍ.
ໂທດຮິບວັດຖຸສິ່ງຂອງ ແມ່ນການເອົາວັດຖຸສິ່ງຂອງທີ່ໃຊ້ເຂົ້າໃນການກະທຳຜິດ ຫຼື ສຳລັບໃຊ້ເຂົ້າໃນການກະທຳຜິດ ຫຼື ໄດ້ມາຈາກການກະທຳຜິດໂດຍເຈດຕະນາມາເປັນຂອງລັດ ການຮິບວັດຖຸສິ່ງຂອງທີ່ພົວພັນກັບການກະທຳຜິດນັ້ນ ສາມາດປະຕິດໄດ້ຕໍ່ການກະທຳຜິດສະຖານໂທສານຸໂທດ ແລະ ຄະຣຸໂທດ.
ໂທສານຸໂທດ ແມ່ນການກະທຳຜິດທີ່ກົດໝາຍກຳນົດໂທດດັດສ້າງ ໂດຍບໍ່ຕັດອິດສະຫຼະພາບ ຫຼື ໂທດຕັດອິດສະຫຼະພາບແຕ່ 3 ເດືອນ ຫາ 10 ປີ ແລະ ໂທດປັບໃໝ.
ສ່ວນຄະຣຸໂທດ ແມ່ນການກະທຳຜິດທີ່ກົດໝາຍກຳນົດໂທດຕັດອິດສະຫຼະພາບແຕ່ 5 ປີຂຶ້ນໄປ ຫາຕະຫຼອດຊີວິດ ພ້ອມທັງປັບໃໝ ແລະ ໂທດປະຫານຊີວິດ.
ວັດຖຸສິ່ງຂອງ ຂອງບຸກຄົນອື່ນ ທີ່ຮັບໃຊ້ການກະທຳຜິດນັ້ນ ຈະຖືກຮິບເປັນຂອງລັດໄດ້ ກໍຕໍ່ເມື່ອເຈົ້າຂອງຜູ້ທີ່ໃຫ້ຢືມຫາກບໍ່ມີຄວາມບໍລິສຸດໃຈ ຫຼື ເມື່ອເຫັນວ່າການຮິບວັດຖຸສິ່ງຂອງນັ້ນມີຄວາມຈຳເປັນ ເພື່ອປົກປັກຮັກສາສັງຄົມ.
ວັດຖຸສິ່ງຂອງທີ່ເປັນກຳມະສິດຂອງລັດນັ້ນ ຈະບໍ່ຖືກຮິບ ຊຶ່ງຕ້ອງສົ່ງຄືນໃຫ້ແກ່ອົງການຈັດຕັ້ງທີ່ກ່ຽວຂ້ອງ.
ພ້ອມກັນນີ້ ກໍຢາກໃຫ້ທ່ານຜູ້ອ່ານຮູ້ຕື່ມວ່າ ນອກຈາກໂທດຮິບວັດຖຸສິ່ງຂອງແລ້ວ ກົດໝາຍຍັງກຳນົດໂທດຮິບຊັບນຳອີກ ຊຶ່ງໂທດຮິບຊັບນັ້ນ ແມ່ນການເອົາຊັບທັງໝົດ ຫຼື ສ່ວນໃດໜຶ່ງທີ່ເປັນກຳມະສິດຂອງຜູ້ກະທຳຜິດ ທີ່ບໍ່ໄດ້ນຳໃຊ້ເຂົ້າໃນການກະທຳຜິດ ຫຼື ບໍ່ໄດ້ມາຈາກການກະທຳຜິດມາເປັນຂອງລັດ ໂດຍບໍ່ມີການໃຊ້ແທນ ຊ່ອງໂທດດັ່ງກ່າວນີ້ ຈະລົງໃສ່ແຕ່ການກະທຳຜິດທີ່ເປັນອັນຕະລາຍຮ້າຍແຮງ ຕາມທີ່ໄດ້ກຳນົດໄວ້ຢູ່ໃນກົດໝາຍອາຍາ ແຕ່ໃນການລົງໂທດປະເພດນີ້ ໃນກໍລະນີການຮິບຊັບທັງໝົດ ກໍຕ້ອງຍົກເວັ້ນຊັບທີ່ຈຳເປັນສຳລັບການດຳລົງຊີວິດຂອງຜູ້ກະທຳຜິດ ແລະ ຄອບຄົວຂອງຜູ້ກ່ຽວ ເຊັ່ນ: ເຮືອນຢູ່ປະຈຳຂອງຜູ້ຖືກຕັດສິນ ແລະ ຄອບຄົວ ສັດລ້ຽງສຳລັບບຸກຄົນທີ່ຖືເອົາການປູກຝັງ ຫຼື ການລ້ຽງສັດເປັນອາຊີບ ວັດຖຸສິ່ງຂອງທີ່ໃຊ້ຈຳເປັນຂອງຜູ້ຖືກຕັດສິນ ແລະ ຂອງບຸກຄົນອື່ນ ຊຶ່ງຢູ່ພາຍໃຕ້ການດູແລລ້ຽງດູຂອງຜູ້ຖືກຕັດສິນ ຕົວຢ່າງ ໂທດຮິບຊັບຈະກຳນົດໄວ້ໃນກໍລະນີການກະທຳຜິດໃນສະຖານໜັກໜ່ວງ ເຊັ່ນ: ການທໍລະຍົດຕໍ່ຊາດ ການກະບົດ ການເປັນນັກສືບສອດແນມ ໝາຍຄວາມວ່າ ການກະທຳຜິດດັ່ງກ່າວ ເປັນການກະທຳຜິດຕໍ່ຄວາມສະຫງົບຂອງຊາດ ຫຼື ໝວດອື່ນ ຊຶ່ງໄດ້ກຳນົດມາດຕາດັ່ງກ່າວນີ້ໄວ້.
ໂດຍ: ໄມ້ງັດ