ການສະຫຼອງວັນສຳຄັນຂອງຊາດ ໃນປີ 2020

ປີ 2020 ມີ​ເຫດ­ການ​ສຳ­ຄັນ​ທາງ​ປະ­ຫວັດ­ສາດ ທີ່​ຍິ່ງ​ໃຫຍ່​ຂອງ​ປະ­ເທດ​ເຮົາ ເຊັ່ນ: ວັນ​ສະ­ຖາ­ປະ­ນາ ສປປ ລາວ ຄົບ­ຮອບ 45 ປີ ແລະ ວັນ​ເກີດ​ປະ­ທານ ໄກ­ສອນ ພົມ­ວິ­ຫານ ຄົບ­ຮອບ 100 ປີ ສະ­ນັ້ນ ຈຶ່ງ​ເຫັນ​ຂະ​ບວນ​ການ​ປາ­ຖະ­ກະ­ຖາ ໂຄ­ສະ­ນາ​ວັນ​ສຳ­ຄັນ​ດັ່ງ­ກ່າວ​ມາ​ຫຼາຍ​ເດືອນ​ແລ້ວ… ຫາກ​ຕິດ­ຕາມ​ຈະ​ເຫັນ​ວ່າ​ທາງ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ສູນ​ກາງ​ພັກ ເພິ່ນ​ກໍ​ມີ​ແຈ້ງ​ການ​ແນະ­ນຳ ເລກ​ທີ 44/ຄອສພ ລົງ​ວັນ​ທີ 6 ພະ­ຈິກ 2020 ເພື່ອ​ເຮັດ​ໃຫ້​ການ­ຈັດ­ຕັ້ງ​ປາ­ຖະ­ກະ­ຖາ​ເລິກ­ເຊິ່ງ ກວ້າງ­ຂວາງ ແລະ ທົ່ວ​ເຖິງ.

ບາງ​ເນື້ອ​ໃນ​ສຳ­ຄັນ​ຂອງ​ແຈ້ງ​ການ​ແນະ­ນຳ ທີ່​ຕ້ອງ​ກຳ​ແໜ້ນ​ມີ​ດັ່ງ­ນີ້:

I/ ຈຸດ­ປະ­ສົງ-ລະ­ດັບ​ຄາດ­ໝາຍ

1/ ເພື່ອ​ທົບ​ທວນ​ຫວນ​ຄືນ​ມູນ­ເຊື້ອ ແລະ ໄຊ­ຊະ­ນະ​ປະ­ຫວັດ­ສາດ​ຂອງ​ພາ­ລະ­ກິດ​ແຫ່ງ​ການ​ຕໍ່­ສູ້​ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ ແລະ ຜົນ­ສຳ­ເລັດ​ໃນ​ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນາ​ປະ­ເທດ​ຊາດ ພາຍ​ໃຕ້​ການ​ຊີ້​ນຳ-ນຳ­ພາ​ຂອງ​ພັກ-ລັດ​ເຮົາ ຖື​ໂອ­ກາດ​ນີ້​ເປັນ​ການ​ເພີ່ມ​ທະ­ວີ​ການ​ສຶກ​ສາ​ອົບ­ຮົມ​ພະ­ນັກ­ງານ ສະ­ມາ­ຊິກ​ພັກ ນັກ­ຮົບ ລັດ­ຖະ­ກອນ ແລະ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ກ່ຽວ​ກັບ​ນ້ຳ­ໃຈ​ຮັກ​ຊາດ ມູນ­ເຊື້ອ​ສາ­ມັກ­ຄີ​ປອງ​ດອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ແລະ ຊັ້ນ​ຄົນ ນ້ຳ­ໃຈ​ຕໍ່­ສູ້​ອັນ​ອົງ­ອາດ​ກ້າ­ຫານ​ຂອງ​ກອງ­ທັບ ແລະ ປະ­ຊາ­ຊົນ​ເຮົາ.

2/ ເພື່ອ​ຄົ້ນ­ຄວ້າ​ຮ່ຳ­ຮຽນ​ເອົາ​ມູນ­ເຊື້ອ​ປະ­ຕິ­ວັດ ຄຸນ​ທາດ​ການ­ເມືອງ ຄຸນ­ສົມ­ບັດ​ສິນ​ທຳ​ປະ­ຕິ­ວັດ ແບບ­ແຜນ​ວິ­ທີ​ເຮັດ​ວຽກ ແລະ ການ​ດຳ­ລົງ​ຊີ­ວິດ​ຂອງ​ປະ­ທານ ໄກ­ສອນ ພົມ­ວິ­ຫານ ຖື​ເອົາ​ແນວ​ຄິດ ໄກ­ສອນ ພົມ­ວິ­ຫານ ເປັນ​ທິດ​ນຳ​ໃນ​ການ­ຈັດ­ຕັ້ງ​ປັບ­ປຸງ​ໜ້າ­ທີ່​ວຽກ​ງານ​ໃຫ້​ບັນ­ລຸ​ປະ​ສິດ­ທິ​ຜົນ​ສູງ.

3/ ເພື່ອ​ສືບ­ຕໍ່​ບຸກ​ທະ­ລຸ​ທາງ​ດ້ານ​ແນວ​ຄິດ ຈິນ­ຕະ­ນາ­ການ ສ້າງ​ໃຫ້​ມີ​ການ​ຫັນ­ປ່ຽນ​ຢ່າງ​ແຂງ­ແຮງ ເລິກ­ເຊິ່ງ ແລະ ຮອບ­ດ້ານ ສ້າງ​ຄວາມ​ຮັບ​ຮູ້​ແນວ​ຄິດ ແລະ ການ​ກະ­ທຳ ສົ່ງ­ເສີມ​ດ້ານ​ດີ ແກ້​ໄຂ​ບັນ­ດາ​ຂໍ້­ຄົງ­ຄ້າງ ແລະ ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ເກີດ​ຂຶ້ນ ສ້າງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ພະ­ນັກ­ງານ ສະ­ມາ­ຊິກ​ພັກ ແລະ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ຕໍ່​ການ​ນຳ­ພາ​ຂອງ​ພັກ ການ​ຄຸ້ມ​ຄອງ​ຂອງ​ລັດ ເພີ່ມ​ທະ­ວີ​ຄວາມ​ຮັບ­ຜິດ­ຊອບ ປະ­ກອບ­ສ່ວນ​ເຂົ້າ​ໃນ​ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນາ​ປະ­ເທດ​ຊາດ ເພື່ອ​ນຳ​ເອົາ​ປະ­ເທດ​ຊາດ​ກ້າວ​ຂຶ້ນ​ສູ່​ຄວາມ​ວັດ­ທະ­ນາ​ຖາ­ວອນ.

4/ ເພື່ອ​ໂຄ­ສະ­ນາ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ ຜົນ­ສຳ­ເລັດ​ຂອງ​ການ​ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນາ​ປະ­ເທດ​ຊາດ ພາຍ​ໃຕ້​ການ​ຊີ້​ນຳ-ນຳ­ພາ​ຂອງ​ພັກ-ລັດ ໃຫ້​ແກ່​ບັນ­ດາ​ປະ­ເທດ​ໃນ​ພາກ​ພື້ນ ແລະ ສາ­ກົນ ໄດ້​ຮັບ​ຮູ້​ເຂົ້າ­ໃຈ​ຕາມ​ແນວ­ທາງ​ການ​ຕ່າງ­ປະ­ເທດ​ທີ່​ວາງ​ໄວ້ ບົນ​ພື້ນ­ຖານ​ນັ້ນ​ເພື່ອ​ສືບ­ຕໍ່​ປະ­ກອບ­ສ່ວນ ເຂົ້າ​ໃນ​ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ພັດ­ທະ­ນາ​ປະ­ເທດ​ຊາດ ໃນ​ເງື່ອນ­ໄຂ​ທີ່​ປະ­ເທດ​ເຮົາ​ເຊື່ອມ​ໂຍງ​ສາ­ກົນ ແລະ ພາກ​ພື້ນ​ຢ່າງ​ຕັ້ງ­ໜ້າ ພ້ອມ​ດຽວ​ກັນ​ນັ້ນ ກໍ​ເພື່ອ​ໂຄ­ສະ­ນາ​ປຸກ­ລະ­ດົມ​ສ້າງ​ຂະ​ບວນ​ການ ຄຳ­ນັບ​ຮັບ​ຕ້ອນ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ແລະ ຕິດ​ພັນ​ກັບ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ຜົນ­ສຳ­ເລັດ ກອງ​ປະ­ຊຸມ​ໃຫຍ່​ອົງ­ຄະ​ນະ​ພັກ​ຂອງ​ບັນ­ດາ​ກະ­ຊວງ ອົງ­ການ ແຂວງ ນະ­ຄອນ­ຫຼວງ ເມືອງ ແລະ ນະ­ຄອນ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ຢ່າງ​ເປັນ​ຂະ​ບວນ​ຟົດ­ຟື້ນ.

II/ ເນື້ອ​ໃນ​ໂຄ­ສະ­ນາ-ປາ­ຖະ­ກະ­ຖາ

1/ ໃຫ້​ນຳ​ໃຊ້​ເອ­ກະ­ສານ​ໂຄ­ສະ­ນາ-ປາ­ຖະ­ກະ­ຖາ ທີ່​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ສູນ​ກາງ​ພັກ​ໄດ້​ສົ່ງ​ໃຫ້ ໂດຍ​ສົມ­ທົບ​ກັບ​ຜົນ­ງານ​ຜົນ­ສຳ­ເລັດ​ຕົວ​ຈິງ​ຂອງ​ບັນ­ດາ​ກະ­ຊວງ​ອົງ­ການ ແລະ ທ້ອງ­ຖິ່ນ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ລັດ ໃນ​ແຕ່​ລະ​ໄລ­ຍະ​ເປັນ​ຂໍ້​ມູນ​ເພີ່ມ​ຕື່ມ​ເຂົ້າ​ໃນ​ການ​ປາ­ຖະ­ກະ­ຖາ.

2/ ການ­ຈັດ­ຕັ້ງ​ໂຄ­ສະ­ນາ-ປະ​ຖະ​ກະ­ຖາ ສາ­ມາດ​ສົມ­ທົບ​ກັບ​ການ​ສາຍ­ຮູບ­ເງົາ ສາ­ລະ​ຄະ­ດີ ສະ­ແດງ​ສິ­ລະ​ປະ​ວັນ­ນະ­ຄະ­ດີ ສະ­ແດງ​ຮູບ​ພາບ​ກ່ຽວ​ກັບ​ປະ­ຫວັດ­ສາດ ການ​ຕໍ່­ສູ້​ປົດ​ປ່ອຍ​ຊາດ ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນາ​ປະ­ເທດ​ຊາດ ກໍ​ຄື ຊີ­ວິດ ແລະ ການ­ເຄື່ອນ­ໄຫວ​ປະ­ຕິ­ວັດ​ຂອງ​ປະ­ທານ ໄກ­ສອນ ພົມ­ວິ­ຫານ.

3/ ເປົ້າ​ໝາຍ​ເຂົ້າ​ຮ່ວມ​ປາ­ຖະ­ກະ­ຖາ ບັນ­ດາ​ສະ­ຫາຍ​ຄະ­ນະ​ພັກ ຄະ­ນະ​ນຳ ສະ­ມາ­ຊິກ​ພັກ ພະ­ນັກ­ງານ-ລັດ­ຖະ­ກອນ ທະ­ຫານ ຕຳ­ຫຼວດ ນັກ­ຮຽນ-ນັກ​ສຶກ​ສາ ປັນ­ຍາ​ຊົນ ຕະ­ຫຼອດ​ຮອດ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ແລະ ຊັ້ນ​ຄົນ​ຕ່າງໆ​ໃນ​ທົ່ວ​ສັງ­ຄົມ.

4/ ກຳ­ນົດ​ເວ­ລາ ການ​ປາ­ຖະ­ກະ­ຖາ ໃຊ້​ເວ­ລາ 1 ຕອນ ຫຼື ຕາມ​ເງື່ອນ­ໄຂ​ຕົວ​ຈິງ​ຂອງ​ກະ­ຊວງ-ອົງ­ການ ແລະ ທ້ອງ­ຖິ່ນ.

III/ ວິ­ທີ​ຈັດ​ຕັ້ງ​ປະ­ຕິ­ບັດ

1/ ພາຍ­ຫຼັງ​ໄດ້​ຮັບ​ແຈ້ງ​ການ​ແນະ­ນຳ​ສະ­ບັບ​ນີ້ ສະ­ເໜີ​ໃຫ້​ຄະ­ນະ​ປະ­ຈຳ​ພັກ​ແຕ່​ລະ​ຂັ້ນ ປຶກ­ສາ​ຫາ­ລື​ແຕ່ງ­ຕັ້ງ​ຄະ­ນະ​ຮັບ­ຜິດ­ຊອບ​ປາ­ຖະ­ກະ­ຖາ​ໃນ​ຂັ້ນ​ຂອງ​ຕົນ ໂດຍ​ໃຫ້​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ຂັ້ນ​ຕົນ​ເປັນ­ໃຈ​ກາງ ສຳ­ລັບ​ຈຳ­ນວນ​ຄົນ​ເຂົ້າ​ຮ່ວມ​ຟັງ ລວມ​ທັງ​ການ​ເຂົ້າ​ຮ່ວມ​ກິດ­ຈະ­ກຳ​ຕ່າງໆ ປິ່ນ​ອ້ອມ​ວັນ​ສຳ­ຄັນ​ກ່ຽວ­ຂ້ອງ​ຢູ່​ແຕ່​ລະ​ບ່ອນ​ນັ້ນ ໃຫ້​ອີງ​ຕາມ​ແຈ້ງ​ການ​ຂອງ​ຫ້ອງ​ວ່າ­ການ ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ກ່ຽວ​ກັບ​ມາດ​ຕະ­ການ​ໃນ​ການ​ປ້ອງ​ກັນ ຄວບ​ຄຸມ ສະ­ກັດ​ກັ້ນ​ພະ­ຍາດ COVID-19 ໃນ​ແຕ່​ລະ​ໄລ­ຍະ.

ສຳ­ລັບ​ຜູ້​ປາ­ຖະ­ກະ­ຖາ ສະ­ເໜີ​ໃຫ້​ຄະ­ນະ​ປະ­ຈຳ​ພັກ​ແຕ່​ລະ​ຂັ້ນ ຫຼື ເຊີນ​ເອົາ​ພະ­ນັກ­ງານ​ປະ­ຕິ­ວັດ ອາ­ວຸ­ໂສ ຜູ້​ທີ່​ມີ​ບົດ­ບາດ ເປັນ​ຜູ້​ປາ­ຖະ­ກະ­ຖາ​ຕາມ​ຄວາມ​ເໝາະ​ສົມ.

2/ ພາຍ­ຫຼັງ​ຈັດ​ຕັ້ງ​ໂຄ­ສະ­ນາ-ປາ­ຖະ­ກະ­ຖາ​ສຳ­ເລັດ​ແລ້ວ ໃຫ້​ສະ­ຫຼຸບ​ລາຍ​ງານ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ສູນ​ກາງ​ພັກ ເພື່ອ​ລາຍ​ງານ​ໃຫ້​ຄະ­ນະ​ຮັບ­ຜິດ­ຊອບ​ຊີ້​ນຳ​ລະ­ດັບ​ຊາດ ແລະ ກົມ​ການ­ເມືອງ​ສູນ​ກາງ​ພັກ​ຢ່າງ​ທັນ​ການ ທັງ​ໝົດ​ນັ້ນ ຄື​ບາງ​ຈິດ­ໃຈ​ສຳ­ຄັນ​ທີ່​ຢາກ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ ໄດ້​ກຳ​ແໜ້ນ​ເວ­ລາ​ຈັດ​ຕັ້ງ​ປະ­ຕິ­ບັດ ຈຶ່ງ​ຈະ​ໄດ້​ຮັບ​ຜົນ­ສຳ­ເລັດ​ສູງ​ສຸດ.

ໂດຍ: ແນວ​ລາວ

error: Content is protected !!