ເຜີຍແຜ່ສິນລະທຳໃຫ້ນັກຮຽນປະຖົມບ້ານຄຳສະຫວາດ

      ວັນທີ 4 ທັນວາ 2020 ພະອາຈານ ບຸນຍາດ ຄຳພູ ປະຈຳວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສຳພັນລາວພ້ອມຄະນະ ໄດ້ສືບຕໍ່ລົງໄປເຄື່ອນໄຫວຈັດກິດຈະກຳເຜີຍແຜ່ເລົ່າສິນລະທຳຄວບຄຸມຢາເສບຕິດ ແລະ ມອບອຸປະກອນການສຶກສາໃຫ້ນັກຮຽນໂຮງຮຽນປະຖົມບ້ານຄຳສະຫວາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີຮອງນາຍບ້ານ ແນວໂຮມບ້ານຄຳສະຫວາດ ອຳນວຍການໂຮງຮຽນ ພະນັກງານຄູອາຈານແລະ ນັກຮຽນ 165 ຄົນເຂົ້າຮ່ວມ.

       ການຈັດກິດຈະກຳຄັ້ງນີ້ ໄດ້ເຜີຍແຜ່ຜົນຮ້າຍ ໄພອັນຕະລາຍຂອງຢາເສບຕິດ ຈັດເອົານັກຮຽນ 10 ຄົນເຂົ້າຮ່ວມແຂ່ງເລົ່າຄາຖາເຊົາຢາສູບ 10 ຄົນ ເພື່ອຮັບລາງວັນລົດຖີບ 1 ຄັນ ນອກນີ້ ຍັງໄດ້ມອບອຸປະກອນການສຶກສາໃຫ້ນັກຮຽນທຸກຄົນ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງໃຫ້ໂຮງຮຽນຕື່ມອີກ.

# ຂ່າວ & ພາບ: ສົມສະຫວັນ

error: Content is protected !!