ງານນັດພົບແຮງງານປີນີ້ຕ້ອງການ 6.000 ຕຳແໜ່ງ

    ງານນັດພົບແຮງງານ ແມ່ນກິດຈະກຳໜຶ່ງຂອງບໍລິການຈັດຫາງານ ແລະ ເປັນອົງປະກອບທີ່ສຳຄັນຂອງວຽກງານແຮງງານ ເຊື່ອມຕໍ່ການດັດສົມລະຫວ່າງການສະໜອງຄວາມຕ້ອງການແຮງງານ ປີນີ້ແມ່ນຈະຈັດຂຶ້ນວັນທີ 18-21 ທັນວາ 2020 ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ພ້ອມມີຕໍາແໜ່ງວ່າງ 6 ພັນກວ່າຕໍາແໜ່ງ ແລະ ຕ້ອງການແຮງງານຜູ້ຊອກວຽກເຮັດງານທຳຈຳນວນ 1 ພັນກວ່າຄົນບັນຈຸເຂົ້າວຽກໃນການຈັດງານ.

    ທ່ານນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ ໄດ້ຖະແຫ່ງຂ່າວຕໍ່ສື່ມວນຊົນໃນວັນທີ 3 ທັນວາ 2020 ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົນນະຄອນຫຼວງວຽງຈັນ ວ່າ: ເພື່ອພັດທະນາສີມືແຮງງານ ແລະ ຈັດຫາງານລະຫວ່າງຂະແໜງການຂອງລັດ ເອກະຊົນ ຫົວໜ່ວຍແຮງງານ ພ້ອມທັງສ້າງຄວາມສອດຄ່ອງຕຳແໜ່ງວ່າງງານ ແລະ ການຈັດຫາງານໃຫ້ມີຄວາມເຂັ້ມແຂງ ຈຶ່ງໄດ້ເປີດງານນັດພົບແຮງງານເພື່ອສ້າງເງື່ອນໄຂປະກອບການທຸລະກິດ ແລະ ຜູ້ຊອກວຽກເຮັດງານໄດ້ມາພົບປະກັນ ພ້ອມຍັງເປັນເວທີປຶກສາຫາລືກ່ຽວກັບການຜັນຂະຫຍາຍວຽກງານສົ່ງເສີມ ແລະ ພັດທະນາສີມືແຮງງານດ້ານປະລິມານຄຸນນະພາບໃຫ້ກັບຫົວໜ່ວຍທຸລະກິດຕ່າງໆ ທັງປະກອບການພາຍໃນ ແລະ ຕ່າງປະເທດ ປີນີ້ແມ່ນຈະຈັດຂຶ້ນວັນທີ 18-21 ທັນວາ 2020 ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ພ້ອມນັ້ນຍັງມີກິດຈະກໍາສະແດງຮູບພາບການເຄື່ອນໄຫວຂອງວຽກງານການພັດທະນາສີມືແຮງງານ ໂຄສະນາເຜີຍແຜ່ຊອກຫາວຽກເຮັດງານທຳໃນເວັບໄຊ ກິດຈະກຳຖາມ-ຕອບເພື່ອລຸ້ນຮັບລາງວັນ ສາທິດແກະສະຫຼັກໝາກໄມ້ ປະດິດດອກໄມ້ຢາງ ປຸງແຕ່ງອາຫານ ເສີມຄວາມງາມ ໄຟຟ້າປະກອບ ແລະ ກິດຈະກຳອື່ນໆ.

    ນອກນັ້ນຍັງມີ 150 ຫົວໜ່ວຍແຮງງານເຂົ້າຮ່ວມຕັ້ງບູດຮັບສະໝັກງານ ແລະ ມີຕຳແໜ່ງວ່າງງານຫຼາຍກວ່າ 6 ພັນກວ່າຕຳແໜ່ງ ແລະ ຜູ້ຊອກວຽກຈຳນວນ 3 ພັນຄົນໄດ້ຮັບຮູ້ຂ່າວສານຕະຫຼາດແຮງງານຫຼາຍຂຶ້ນ ໄດ້ສຳຜັດການສົນທະນາກັບຫົວໜ່ວຍແຮງງານ ມີໂອກາດເລືອກຫຼາຍປະເພດອາຊີບທີ່ຈະຖືກບັນຈຸເຂົ້າເຮັດວຽກໃນຕຳແໜ່ງທີ່ເໝາະສົມ ແລະ ຄາດວ່າຈະມີຜູ້ຊອກວຽກງານທຳຈຳນວນ 1 ພັນກວ່າຄົນໄດ້ຖືກບັນຈຸເຂົ້າເຮັດວຽກໃນໄລຍະຂອງການຈັດຫາງານ.

error: Content is protected !!