ທ່ານນາງ ອາລີ ວົງໜໍ່ບຸນທໍາ ຖືກເລືອກເປັນເປັນປະທານສູນກາງສະຫະພັນກໍາມະບານລາວ

    ກອງປະຊຸມໃຫຍ່ຄັ້ງທີ VIII ຜູ້ແທນກໍາມະບານທົ່ວປະເທດ ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມວັນທີ 4 ພະຈິກ 2020 ທີ່ສະໂມສອນຫ້ອງວ່າການສູນກາງພັກ ເປັນປະທານຂອງທ່ານ ປ້ານ ນ້ອຍມະນີ ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພົນໂທ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍການນໍາພັກ-ລັດ ອົງການຈັດຕັ້ງມະຫາຊົນ ພະນັກງານອາວຸໂສ ຄະນະບໍລິຫານງານສະຫະພັນກໍາມະບານລາວ ແລະ ຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກກໍາມະບານ ກໍາມະກອນ ແລະ ຜູ້ອອກແຮງງານທົ່ວປະເທດ.

    ກອງປະຊຸມຄັ້ງນີ້ ຜູ້ແທນກອງປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງເອົາຮ່າງບົດລາຍງານການເມືອງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນກຳມະບານລາວທົ່ວປະເທດ ໄດ້ຕີລາຄາດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ສາເຫດ ບົດຮຽນໃນການຊີ້ນໍາພາແຕ່ປີ 2015-2020 ພ້ອມນັ້ນ ໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ ແລະ ຮັບຮອງແຜນການ 5 ປີຕໍ່ໜ້ານັບແຕ່ 2021-2025 ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານສູນກາງສະຫະພັນກໍາມະບານລາວສະໄໝທີ VII ແລະ ພິຈາລະນາຮັບຮອງເອົາຮ່າງກົດລະບຽບສະໄໝທີ VIII ແລະ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ ພ້ອມນັ້ນ ຜູ້ແທນກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກເອົາຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວສະໄໝທີ VIII ຈໍານວນ 57 ທ່ານ ຍິງ 11 ທ່ານ ເພື່ອສືບຕໍ່ຊີ້ນໍາພາວຽກງານກໍາມະບານໃນ 5 ປີຕໍ່ໜ້າ ແລະ ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວສະໄໝທີ VIII ໄດ້ເລືອກເອົາທ່ານນາງ ອາລີ ວົງໜໍ່ບຸນທໍາ ເປັນປະທານ ທ່ານ ພອນສານ ວິໄລ້ເມັ້ງ ທ່ານ ນາງ ອາລິຍາວັນ ອັກຄະວົງ ແລະ ທ່ານ ວິໄລ ວົງຂະເສີມເປັນຮອງປະທານ ແລະ ໄດ້ເລືອກເອົາຄະນະກວດກາ ໂດຍເລືອກເອົາທ່ານ ພອນສານ ວິໄລ້ເມັ້ງ ເປັນປະທານກວດກາ ທ່ານ ທອງພິມ ວົງລະພາ ແລະ ທ່ານ ແສງທອງ ຊາວພູວົງ ເປັນຮອງ.

# ຂ່າວ & ພາບ : ຂັນທະວີ​

error: Content is protected !!