ຫັນການຜະລິດກະສິກຳທົ່ງຮາບທ່າງ່ອນແບບປະຖົມປະຖານເປັນສະໄໝ

       ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນພ້ອມດ້ວຍຄະນະ ລົງຢ້ຽມຢາມ ຊຸກຍູ້ສົ່ງເສີມການຜະລິດຢູ່ເຂດທົ່ງຮາບທ່າງ່ອນໃຫ້ຫັນເປັນທັນສະໄໝ ໃນວັນທີ 4 ທັນວາ 2020 ໂດຍການຕ້ອນຮັບຂອງທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະປະຊາຊົນ 5 ບ້ານໃນເຂດດັ່ງກ່າວ.

     ສູນສົ່ງເສີມກະສິກຳທົ່ງຮາບທ່າງ່ອນ ປະກອບມີ 2 ກຸ່ມຄື: ກຸ່ມບ້ານໄຊ ແລະ ກຸ່ມທ່າງ່ອນ ໃນນີ້ກຸ່ມທ່າງ່ອນໄດ້ມີແຜນຈະພັດທະນາເປັນເຂດກະສິກຳທັນສະໄໝ ມີທັງໝົດ 5 ບ້ານຄື: ບ້ານແກ້ງໄຄ້ ທ່າສົ້ມມໍ ອຸດົມຜົນ ລາດຄວາຍ ແລະ ບ້ານໂພນຄຳ ມີເນື້ອທີ່ການຜະລິດກະສິກຳທັງໝົດ 658 ເຮັກຕາ ແຕ່ຍັງເປັນເຂດທີ່ມີສິ່ງທ້າທາຍຫຼາຍດ້ານເຊັ່ນ: ຈຸດພິເສດໂຄງປະກອບຂອງດິນແມ່ນບໍ່ສາມາເກັບກັກນໍ້າຢູ່ໄດ້ ມີອັດຕາການຊຶມຫຼາຍ ຕ້ອງໄດ້ໃຊ້ລະບົບຈັກສູບນໍ້າຕະຫຼອດປີຕ້ອງໄດ້ໃຊ້ກະແສໄຟຟ້າເຂົ້າຊ່ວຍ ພ້ອມດຽວກັນນັ້ນ ລະບົບຄູກັນນໍ້າກໍຊຸດໂຊມ ດັ່ງນັ້ນ ສູນໄດ້ສະເໜີມາຍັງຂັ້ນເທິງຊ່ວຍພິຈາລະນາຫຼຸດຄ່າກະແສໄຟຟ້າຮັບໃຊ້ເຂົ້າໃນການຜະລິດກະສິກຳ ອອກແຈ້ງການບໍ່ປະເນື້ອທີ່ໃຫ້ເປັນດິນເປົ່າຫວ່າງ ສ້າງເງື່ຶອນໄຂໃຫ້ຜູ້ທຳການຜະລິດທີ່ມີເງື່ອນໄຂເຂົ້າເຮັດໂດຍບໍ່ເສຍຄ່າເຊົ່າ.

    ທ່ານ ພຶດສະພາ ພູມມະສັກ ໄດ້ນຳສະເໜີບົດລາຍງານການພັດທະນາກະສິກຳທັນສະໄໝແບບມີສ່ວນຮ່ວມໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈເປັນຕົ້ນແມ່ນການຫັນການຜະລິດແບບປະຖົມປະຖານ ໄປສູ່ການຫັນເປັນທັນສະໄໝ ການນຳໃຊ້ກົນຈັກຊ່ວຍໃນການຜະລິດເພື່ອຫຼຸດຜ່ອນຕົ້ນທຶນ ແຮງງານ  ແລະ ເຮັດໃຫ້ຜົນຜະລິດມີປະສິດທິພາບສູງ ພ້ອມນີ້ບໍລິສັດດັ່ງກ່າວ ສະເໜີນະໂຍບາຍທີ່ຈະມີຕໍ່ຜູ້ເຂົ້າຮ່ວມໂຄງການ ໂດຍປະຕິບັດຮູບແບບ 4+2 ຄື: ບໍລິສັດເປັນຕົ້ນທຶນ ຕະຫຼາດ ວິຊາການ ແລະ ຮັບປະກັນຄວາມສ່ຽງຂອງຜົນຜະລິດ ສ່ວນປະຊາຊົນເປັນເນື້ອທີ່ດິນ ແລະ ແຮງງານ ໂດຍຈະມີນະໂຍບາຍສ້າງຜົນໄດ້ຮັບທີ່ໜ້າເພິ່ງພໍໃຈໃຫ້ກັບສອງຝ່າຍ.

# ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!