ພົບປະສັງສັນນັກການທູດເພດຍິງ ຮັດແໜ້ນຄວາມສາມັກຄີ ແລະ ການພົວພັນຮ່ວມມືທີ່ດີ

    ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດງານລ້ຽງນໍ້າຊາພົບປະສັງສັນ ປະຈໍາປີ 2020 ຂຶ້ນ ທີ່ສູນການຮ່ວມມືສາກົນ ແລະ ເຝິກອົບຮົມ (ICTC) ໃນວັນທີ 4 ທັນວາ 2020 ເປັນປະທານຂອງທ່ານ ນາງ ອາລຸນີ ກົມມະສິດ ພັນລະຍາ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ມີບັນດາເອກອັກຄະລັດຖະທູດເພດຍິງ ນັກການທູດເພດຍິງ ພັນລະຍາທູຕານຸທູດ ປະຈໍາຢູ່ ສປປ ລາວ ບັນດາພັນລະຍາຂອງຄະນະນໍາ ແລະ ຄະນະກົມພາຍໃນກະຊວງການຕ່າງປະເທດ ຜູ້ຕາງໜ້າຈາກສູນກາງສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງຂອງບັນດາກະຊວງອ້ອມຂ້າງສູນກາງ ລວມທັງສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ ເຂົ້າຮ່ວມ.

     ງານລ້ຽງນໍ້າຊາດັ່ງກ່າວ ແມ່ນງານພົບປະສັງສັນໂດຍປົກກະຕິ ທີ່ເປັນປະເພນີຈັດຂຶ້ນທຸກປີ ລະຫວ່າງວົງຄະນາຍາດ ນັກການທູດຍິງ ແລະ ພັນລະຍານັກການທູດຢູ່ ສປປ ລາວ ການຈັດງານຄັ້ງນີ້ແມ່ນກິດຈະກຳເຄື່ອນໄຫວປະຈຳປີຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ເພື່ອພົບປະສັງສັນ ທໍາຄວາມຮູ້ຈັກສະໜິດສະໜົມ ເຕົ້າໂຮມຄວາມສາມັກຄີ ແລະ ແລກປ່ຽນວັດທະນະທໍາທາງດ້ານການສະແດງສິລະປະ ການວາງສະແດງເຄື່ອງຫັດຖະກໍາ ແລະ ອາຫານທີ່ເປັນເອກະລັກຂອງຊາດ ລະຫວ່າງ ສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ ກໍຄື ພະນັກງານນັກການທູດເພດຍິງ ຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ນັກການທູດເພດຍິງ ພັນລະຍາທູຕານຸທູດ ຂອງສໍານັກງານຜູ້ຕາງໜ້າຕ່າງປະເທດ ປະຈໍາຢູ່ ສປປ ລາວ.

error: Content is protected !!