ເປີດສາກຢ່າງເປັນທາງການ ດອກປີກໄກ່ທົ່ວປະເທດ ຊີງຂັນນາຍົກລັດຖະມົນຕີ

      ເສດຖາ ບືງຂະຫຍອງ ນະຄອນຫຼວງວຽງຈັນ ໂດຍມີ 28 ພາກສ່ວນເຂົ້າຮ່ວມແຂ່ງຂັນເຊັ່ນ: ສະໂມສອນ ຈະເລີນຊັບ Newpay captain ແຂວງຜົ້ງສາລີ ສະໂມສອນ PK ຈໍາປາສັກ ແຂວງບໍລິຄໍາໄຊ 3S Club ສະໂມສອນ KT ສະໂມສອນ 4 season ມະຫາວິທະຍາໄລວິທະຍາສາດສຸຂະພາບ ສາຍການບິນເກົາຫຼີ Tway ວີອາວັນ ພະແນກແຜນການ ແລະ ການລົງທຶນນະຄອນຫຼວງ ທະນາຄານການຄ້າມະຫາຊົນ ສະໂມສອນວິນເນີຫຼວງພະບາງ ໂຮງຮຽນຊັບປັນຍາ ສະມາຄົມທຸລະກິດໜຸ່ມແຫ່ງຊາດ Newpay ສະໂມສອນເຈມບອນ ແຂວງຄໍາມ່ວນ ສະໂມສອນສະກາຍລາຍ ມະລິດາແບັດມິນຕັນ ສະຫວັນນະເຂດ ສະໂມສອນເສດຖາ ບໍລິສັດ SMP ເທຣດດີ້ງຈໍາກັດ ບໍລິສັດ PSL ຈໍາກັດ ສະໂມສອນມັນທາຕຸລາດ ສະໂມສອນໄຊເງິນ ແລະ ສະໂມສອນລາວ-ຫວຽດນາມ.

    ສຳລັບການແຂ່ງຂັນ ປະກອບມີ 6 ລາຍການ ຄື: ຊາຍທົ່ວໄປ ຍິງທົ່ວໄປ ປະສົມທົ່ວໄປ ເຍົາວະຊົນຊາຍ ເຍົາວະຊົນປະສົມ ອາວຸໂສ ເຊິ່ງການແຂ່ງຂັນຈະຈັດເຖິງວັນທີ 6 ທັນວາ 2020

    ໂອກາດນີ້ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນໃນຄັ້ງນີ້ ຖືເປັນໃບໜ້າປະຫວັດສາດຂອງວົງການກີລາດອກປີກໄກ່ບ້ານເຮົາ ເພາະໄດ້ຮັບກຽດເປັນຢ່າງສູງຈາກທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ອະນຸຍາດໃຫ້ນຳໃຊ້ນາມມະຍົດ ຊີງຂັນທ່ານນາຍົກລັດຖະມົນຕີເປັນຄັ້ງທໍາອິດ ເພື່ອສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ເປັນເວທີໃຫ້ນັກກີລາໄດ້ມີໂອກາດໃນການທົດສອບສີມືຂອງຕົນເອງ ແລະ ເລືອກເຟັ້ນໄດ້ນັກກີລາດີເດັ່ນ ປະກອບເຂົ້າເປັນນັກກີລາທີມຊາດໃນແຕ່ລະຮຸ່ນອາຍຸ ລວມເຖິງເປັນການສ້າງເງື່ອນໄຂກັບແຕ່ລະແຂວງ ໄດ້ມີການກະກຽມນັກກີລາທົ່ວປະເທດ ເພື່ອກຽມເຂົ້າຮ່ວມການແຂ່ງຂັນກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນປີໜ້າອີກດ້ວຍ.

# ຂ່າວ & ພາບ: ສີພອນ

error: Content is protected !!