ສະໜອງທຶນແກ່ສະຖາບັນການເງິນຈຸລະພາກ ນໍາໄປປ່ອຍສິນເຊື່ອໃຫ້ຈຸນລະວິສາຫະກິດ

     ພິທີເຊັນສັນຍາສະໜອງທຶນ ລະຫວ່າງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ 4 ສະຖາບັນການເງິນຈຸລະພາກ ຄື: ສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນປະຕູຄໍາ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບຝາກເງິນເນັກ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບຝາກເງິນ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ (BDP) ແລະ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບຝາກເງິນໄຊອຸດົມ ຈັດຂຶ້ນວັນທີ 3 ທັນວາ 2020 ຢູ່ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ປະທານສະພາບໍລິຫານ ທສວ ພ້ອມດ້ວຍແຂກທີ່ຖືກເຊີນຈາກທັງພາກລັດ ແລະ ພາກທຸລະກິດ.

      ການເຊັນສັນຍາສະໜອງທຶນ ກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແມ່ນເພື່ອສະໜອງທຶນສະສົມຂອງ ທສວ ຈໍານວນ 500 ລ້ານກີບ ສົມທົບເຂົ້າໃນກອງທຶນນາງຟ້າ ເພື່ອຈັດຕັ້ງການຄໍ້າ ປະກັນສິນເຊື່ອກັບທະນາຄານທຸລະກິດ ໃຫ້ຈຸນລະວິສາຫະກິດທີ່ບໍ່ມີຫຼັກຊັບຄໍ້າປະກັນທີ່ພຽງພໍ ເຊິ່ງລາຍ ລະອຽດໃນການຈັດຕັ້ງປະຕິບັດແມ່ນມີລະບຽບການສະເພາະ ທີ່ກໍານົດໂດຍສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ສໍາລັບເຊັນສັນຍາສະໜອງທຶນກັບ 4 ສະຖາບັນການເງິນຈຸນລະພາກ ທີ່ຜ່ານເງື່ອນໄຂຂອງ ທສວ ເພື່ອສະໜອງທຶນໄລຍະຍາວໃຫ້ສະຖາບັນການເງິນຈຸລະພາກ ນໍາໄປປ່ອຍສິນເຊື່ອໃຫ້ ຈຸນລະວິສາຫະກິດ ກຸ່ມຜູ້ຜະລິດທີ່ຕ້ອງການທຶນເພື່ອນໍາໄປປັບປຸງ ປ່ຽນຖ່າຍ ແລະ ຈັດຊື້ເຄື່ອງຈັກ ເຄື່ອງມື ແລະ ອຸປະກອນຮັບໃຊ້ການຜະລິດ ພ້ອມນັ້ນ ເພື່ອສະໜອງທຶນໝູນວຽນດ້ວຍວິທີການທີ່ສະດວກວ່ອງໄວ ສາມາດສະໜອງທຶນໝູນວຽນໃນເວລາ ຫຼື ລະດູການທີ່ຈຸນລະວິສາຫະກິດມີຄວາມຈໍາເປັນນໍາໃຊ້ທຶນເພື່ອຊື້ວັດຖຸດິບ ຈ່າຍຄ່າແຮງງານ ແລະ ປັດໄຈນໍາເຂົ້າທີ່ຈໍາເປັນເພື່ອຮັບໃຊ້ການຜະລິດ.

error: Content is protected !!