ເປີດແລ້ວ ໂຮງກັ່ນນໍ້າມັນສໍາເລັດຮູບແຫ່ງທໍາອິດຢູ່ລາວ

    ພິທີເປີດດຳເນີນການຜະລິດ  ໂຮງງານກັ່ນນໍ້າມັນສໍາເລັດຮູບທີ່ມີກໍາລັງການຜະລິດ  3 ລ້ານໂຕນຕໍ່ປີ ໄລຍະທີໜຶ່ງ ຂອງບໍລິສັດ ເປໂຕຣເຄມີ ລາວ ຈໍາກັດ ຈັດຂຶ້ນວັນທີ 30 ພະຈິກ 2020 ທີ່ເຂດເສດຖະກິດກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາຄະນະກໍາມະການກົມການເມືອງສູນກາງພັກສະໄໝທີ X ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ປະທານຄະນະກຳມະການຮ່ວມມືລາວ-ຈີນ ທັງເປັນປະທານສະມາຄົມມິດຕະພາບລາວ-ຈີນ ພ້ອມດ້ວຍລັດຖະມົນຕີ ແລະ ແຂກຖືກເຊີນເຂົ້າຮ່ວມ ນອກນັ້ນ ຍັງມີທ່ານ ຫວາງ ຢູ ໂບ ຮອງເລຂາທິການພັກແຂວງຢຸນນານ ຮັກສາການເຈົ້າແຂວງຢຸນນານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມພິທີຜ່ານລະບົບທາງໄກຢູ່ທີ່ຄຸນໝິງ ສປ ຈີນຕື່ມອີກ.

    ໂຄງການໂຮງກັ່ນນໍ້າມັນສໍາເລັດຮູບແຫ່ງທໍາອິດຢູ່ລາວ ຕັ້ງຢູ່ໃນເຂດພັດທະນາກວມລວມໄຊເສດຖາ ໃນເນື້ອທີ່ 425 acres ແຜນການລົງທຶນປະມານ 2.000 ລ້ານໂດລາສະຫະລັດ ເຊິ່ງການກໍ່ສ້າງແບ່ງອອກເປັນ 3 ໄລຍະ ໂດຍມີກຳລັງການຜະລິດ 3 ລ້ານໂຕນຕໍ່ປີ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ກ້າວໜ້າ ແລະ ສົມບູນແບບ ມີຄວາມປອດໄພ ເປັນມິດຕໍ່ສິ່ງແວດລ້ອມ ໂຕຊີ້ວັດມາດຕະຖານທັງໝົດ ແມ່ນໄດ້ມາດຖານສາກົນທີ່ທັນສະໄໝ ແລະ ໂຄງການຂອງບໍລິສັດເປໂຕຣເຄມີລາວຈຳກັດ ເປັນໂຄງການທີ່ສ້າງ ແລະ ປະຕິບັດໂດຍການຮ່ວມມືຂອງກຸ່ມບໍລິສັດລົງທຶນ ແລະ ກໍ່ສ້າງແຂວງຢຸນນາ ນຮ່ວມກັບລັດວິສາຫະກິດເຊື້ອໄຟລາວ ໃນນັ້ນ ວິສາຫະກິດຈີນແມ່ນຖືຮຸ້ນ 80% ລັດວິສາຫະກິດເຊື້ອໄຟລາວຖືຮຸ້ນ 20% ໂຄງການນີ້ ເປັນໂຄງການທີ່ທັງສອງວິສາຫະກິດລາວ-ຈີນຕອບສະໜອງຕາມຍຸດທະສາດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນການເພີ່ມທະວີເສດຖະກິດການຄ້າຂອງສອງປະເທດ ແລະ ການຮ່ວມທຶນເພື່ອສ້າງວິສາຫະກິດໂຮງກັ່ນນໍ້າມັນທີ່ທັນສະໄໝແຫ່ງທໍາອິດຂອງລາວ ຕົ້ນຕໍແມ່ນດໍາເນີນກິດຈະການດ້ານການກັ່ນນໍ້າມັນ ເປໂຕຣເຄມີ ພະລັງງານສະອາດ ຜະລິດຕະພັນສຳເລັດຮູບອື່ນໆ ສາງເກັບຮັກສາສິນຄ້າ ການຈໍາໜ່າຍ ການຂົນສົ່ງ ແລະ ອື່ນໆທີ່ກ່ຽວຂ້ອງ.

    ໂຄງການກັ່ນນໍ້າມັນນີ້ ໃນໄລຍະທີ 1 ມີກຳລັງການຜະລິດ 1 ລ້ານໂຕນຕໍ່ປີ ຫຼັງຈາກເລີ່ມຜະລິດຢ່າງເປັນປົກກະຕິແລ້ວ ແຕ່ລະປີກໍຈະສາມາດຜະລິດນໍ້າມັນແອັດຊັງ ນໍ້າມັນກາຊວນ ນໍ້າມັນຍົນ ແກ໊ສແຫຼວ (LPG) ທາດມາດ ແລະ ຜະລິດຕະພັນອື່ນໆຕາມມາດຕະຖານສາກົນ ເພື່ອສະໜອງຜະລິດຕະພັນນໍ້າມັນທີ່ປອດໄພ ແລະ ໝັ້ນຄົງໃຫ້ແກ່ ສປປ ລາວ ໂດຍອີງໃສ່ພື້ນຖານການຜະລິດໄລຍະທີ 1 ທາງບໍລິສັດເປໂຕຣເຄມີລາວ ຈະໄດ້ສົ່ງເສີມໂຄງການໃຫ້ກ້າວໜ້າຂຶ້ນເລື້ອຍໆ ພ້ອມຈະສືບຕໍ່ຂະຫຍາຍສາຍການຜະລິດ ຂະຫຍາຍກໍາລັງການຜະລິດ ແລ້ວ ຄ່ອຍໆບັນລຸຕາມແຜນພັດທະນາໂຄງການໃນໄລຍະທີ 2 ທີ 3 ແລ້ວພັດທະນາໂຄງການໃຫ້ສາມາດບັນລຸການກັ່ນນໍ້າມັນໄດ້ 3 ລ້ານໂຕນຕໍ່ປີ ພ້ອມນັ້ນ ບໍລິສັດເປໂຕຼເຄມີລາວ ຈຳກັດ ຍັງຈະໄດ້ອີງໃສ່ຄວາມອຸດົມສົມບູນຂອງມັນຕົ້ນ ປາມນໍ້າມັນ ແລະ ຊັບພະຍາກອນກະສິກໍາອື່ນໆໃນລາວ ເພີ່ມທະວີໃນການພັດທະນາເຊື້ອໄຟຊີວະພາບ ແລະ ພະລັງງານສະອາດ ສົ່ງເສີມໃຫ້ຂະແໜງການປູກຝັງ ພະລັງງານທົດແທນມີການພັດທະນາ ໃນເບື້ອງຕົ້ນແມ່ນຕ້ອງສາມາດຜະລິດນໍ້າມັນແອັດຊັງ ກາຊວນ ເຊື້ອໄຟຊີວະພາບ ນໍ້າມັນຍົນ ຢາງໝາກຕ໋ອຍປູທາງ Polypropylene Polystyrene ແລະ ຜະລິດຕະພັນເປໂຕຣເຄມີອື່ນໆ ເພື່ອໃຫ້ສາມາດຕອບສະໜອງຄວາມຕ້ອງການທາງດ້ານຕະຫຼາດພາຍໃນປະເທດລາວທີ່ນັບມື້ນັບສູງຂຶ້ນ ບັນລຸຍຸດທະສາດການພັດທະນາພະລັງງານທົດແທນໃນລາວຢ່າງມີປະສິດຕິພາບ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!