ສະຫຼອງວັນຊາດ ສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປາມີສ່ວນຫຼຸດທຸກລາຍການ 50%

    ໃນໂອກາດທີ່ທ່ານ ສະຫວັນຄອນ ຣາຊມົນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ນຳພາສະມາຄົມນັກຂ່າວແຫ່ງ ສປປ ລາວ  ແລະ  ສື່ມວນຊົນທັງພາກລັດ  ແລະ ເອກະຊົນທຸກຂະແໜງການ ລົງໄປທ່ຽວຊົມສຳຜັດກັບສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປາ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໃນວັນທີ 29 ພະຈິກ 2020 ເພື່ອຊຸກຍູ້ສົ່ງເສີມລາວທ່ຽວລາວ ໂດຍອາໄສສື່ມວນຊົນເປັນກະບອກສຽງໂຄສະນາເຜີຍແຜ່ໃຫ້ກວ້າງຂວາງອອກໄປທົ່ວໂລກ ແລະ ໃນໂອກາດນີ້ ທ່ານ ສົມເພັດ ມ້າວປະເສີດ ປະທານກຸ່ມບໍລິສັດຢໍລະປາ ໄດ້ແຈ້ງໃຫ້ຊາບວ່າ ໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ສະຖານທີ່ທ່ອງທ່ຽວແຫ່ງນີ້ ມີສ່ວນຫຼຸດລາຄາ 50% ທຸກລາຍການທ່ອງທ່ຽວ ນັບແຕ່ວັນທີ 1-10 ທັນວາ 2020 ດັ່ງນັ້ນເຊີນຊວນທຸກຄົນມາສຳຜັດກັບສະຖານທີ່ທ່ອງທ່ຽວທຳມະຊາດແຫ່ງນີ້.​

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!