ມະຫາວິທະຍາໄລໜານຈິງ ສປ ຈີນ ມອບສາດສະດາຈານໃຫ້ປະທານອົງການກວດສອບແຫ່ງລັດ ສປປ ລາວ

    ພິທີມອບ-ຮັບ ສາດສະດາຈານປະລິນຍາເອກກິດຕິມະສັກ ມອບໃຫ້ແກ່ທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ສປປ ລາວ ແລະ ກອງປະຊຸມພົບປະສອງຝ່າຍ ລະຫວ່າງອົງການກວດສອບແຫ່ງລັດ ສປປ ລາວ ແລະ ມະຫາວິທະຍາໄລກວດສອບໜານຈິງ ສປ ຈີນ ໂດຍຜ່ານລະບົບສື່ສານທາງໄກ ຈັດຂຶ້ນໃນວັນທີ 26 ພະຈິກ 2020 ທີ່ອົງການກວດສອບແຫ່ງລັດ ເປັນກຽດມອບໂດຍທ່ານ ສາດສະດາຈານ ປະລິນຍາເອກ ຫິວ ຫວາງ ຫົງ ອະທິການບໍດີມະຫາວິທະຍາໄລກວດສອບໜານຈິງ ສປ ຈີນ ມີບັນດາລັດຖະມົນຕີ ຮອງປະທານອົງການກວດສອບແຫ່ງລັດ ແລະ ຄະນະກົມທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

# ຂ່າວ & ພາບ : ວຽງມາ

error: Content is protected !!