ຫາລືກຳນົດແຜນບໍລິການທ່ອງທ່ຽວກັບນໍ້າປ່ຽນຢໍລະປາ

    ທ່ານ​ ຄໍາຄູນ ໃບລາຕຣີ​ ຮອງຫົວໜ້າພະແນກຖະແຫຼງຂ່າວ ​ວັດທະນະທໍາ​ ແລະ​ ທ່ອງທ່ຽວ​ນະຄອນຫຼວງວຽງຈັນ​ ໄດ້ນໍາພາສະມາຄົມທຸລະກິດທ່ອງທ່ຽວລາວ ແລະ​ ບັນດາບໍລິສັດທ່ອງທ່ຽວໃນນະຄອນຫຼວງວຽງຈັນ ສໍາຫຼວດຄວາມເປັນໄປໄດ້ໃນການຮ່ວມມືບໍລິການສົ່ງເສີມທ່ອງທ່ຽວ​ພາຍໃນ​ ໂດຍສະເພາະ ຮ່ວມມືກັບສະຖານທີ່ທ່ອງທ່ຽວທໍາມະຊາດ ນໍ້າປ່ຽນຢໍລະປາ ບ້ານຊຽງແລທ່າ ເມືອງປາກງື່ມ​ ນະຄອນຫຼວງວຽງຈັນ ​ວັນທີ​ 26​ ພະຈິກ​ 2020 ໂດຍ​ຖືກ​ຕ້ອນຮັບ​ຈາກທ່ານ​ ສົມເພັດ ມ້າວປະເສີດ ປະທານກຸ່ມບໍລິສັດຢໍລະປາ.​ 

    ການສໍາຫຼວດສະຖານທີ່ທ່ອງທ່ຽວຄັ້ງນີ້ ເປັນກິດຈະກຳໜຶ່ງເພື່ອສົ່ງເສີມລາວທ່ຽວລາວໃຫ້ມີບັນຍາກາດຄຶກຄື້ນ ຫຼັງຈາກທີ່ໄດ້ຮັບຜົນກະທົບທາງກົງຈາກການແຜ່ລະບາດເຊື້ອພະຍາດໂຄວິດ-19 ເຊິ່ງໄດ້ທ່ຽວຊົມທິວທັດຂອງແຫຼ່ງທ່ອງທ່ຽວ ແລະ ບັນດາກິດຈະກໍາຕ່າງໆ ພິເສດ ໄດ້ຍ່າງຂົວອູ່ 22 ຂົວ ຄວາມຍາວ 1 ກິໂລແມັດ ເພື່ອຊົມນໍ້າຕົກຕາດປ່ຽນຢໍລະປາ ແລະ ໄດ້ຂີ່ລົດທ່ຽວຊົມສວນເຂດນໍ້າ​ ຈາກນັ້ນ ໄດ້ມີການແລກປ່ຽນ ປຶກສາຫາລືເຊິ່ງກັນ ແລະ ກັນ ເພື່ອກຳນົດແຜນການຮ່ວມມືກັນດ້ານການທ່ອງທ່ຽວ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ​ເຮັດໃຫ້ທຸລະກິດທ່ອງທ່ຽວມີຄວາມຍືນຍົງ.​

# ຂ່າວ & ພາບ : ຂັນທະວີ

error: Content is protected !!