ລາວ-ໄທ ຫາລືການພົວພັນຮ່ວມມືສອງຝ່າຍ

    ວັນທີ 26 ພະຈິກ 2020 ທີ່ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມປຶກສາຫາລືທາງໄກ ພາຍໃຕ້ການເປັນປະທານຮ່ວມລະຫວ່າງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ທ່ານ ດອນ ປະຣະມັດວິໄນ ຮອງນາຍົກລັດຖະມົນຕີ ລັດຖະມົນວ່າການກະຊວງການຕ່າງປະເທດ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍບັນດາພະນັກງານຈາກກົມກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ. 

    ໃນໂອກາດດັ່ງກ່າວ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະ 70 ຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນຮ່ວມກັນໃນວັນທີ 19 ທັນວາ 1950 ສະແດງອອກໃນການແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆຂອງສອງປະເທດຢ່າງເປັນປົກກະຕິ ເຊິ່ງໄດ້ປະກອບສ່ວນອັນສໍາຄັນໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ໄທ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. 

    ໃນໂອກາດນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຕໍ່ເຫດການອຸທົກກະໄພຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວໃນໄລຍະຜ່ານມາ ລວມທັງການສະໜັບສະໜູນ ແລະ ໃຫ້ຄວາມຊ່ວຍເຫຼືອໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ອີກດ້ວຍ. 

    ພ້ອມນີ້ ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ການຮ່ວມມືໃນການສະກັດກັ້ນ ແລະ ແນວທາງການຟື້ນຟູເສດຖະກິດ ວຽກງານການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ບັນຫາໂຄວິດ-19 ການສົງເສີມການຄ້າ ການເຊື່ອມໂຍງ ການຄຸ້ມຄອງກິດຈະການຕາມແມ່ນໍ້າຂອງ-ນໍ້່າເຫືອງ ການບໍລິຫານຈັດການແມ້ນໍ້າຂອງ ການຮ່ວມມືເພື່ອການພັດທະນາ ແລະ ອື່ນໆ. ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ກົງໄປກົງມາ ແລະ ປະສົບຜົນສໍາເລັດຢ່າງຈົບງາມ.

# ຂ່າວ & ພາບ : ລັດເວລາ

error: Content is protected !!