ສະເຫຼີມສະຫຼອງສາຍພົວພັນການທູດ ສປປ ລາວ-ສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ຄົບຮອບ 65 ປີ

    ໃນຕອນຄໍ່າວັນທີ 25 ພະຈິກ 2020 ໄດ້ມີພິທີສະເຫຼີມສະຫຼອງວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຂຶ້ນຢ່າງເປັນທາງການ ທີ່ເຮືອນພັກທ່ານທູດອັງກິດ.

    ເປັນກຽດໃນພິທີສໍາຄັນດັ່ງກ່າວ ໂດຍທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ແລະ ທ່ານ ຈອນ ພີຊັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ຕາງໜ້າໃຫ້ລັດຖະບານແຫ່ງສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ. ນອກຈາກນັ້ນ ຍັງມີພະນັກງານຂັ້ນສູງຂອງລາວ ຈາກກະຊວງຕ່າງໆທີ່ກ່ຽວຂ້ອງ ບັນດາທູຕານຸທູດປະຈຳລາວ ແລະ ຕາງໜ້າອົງການຈັດຕັ້ງສາກົນເຂົ້າຮ່ວມ.

    ໃນງານສະເຫຼີມສະຫຼອງວັນການທູດຄົບຮອບ 65 ປີ ຄັ້ງນີ້ ທັງສອງຝ່າ ໄດ້ກ່າວຄຳປາໄສ ເຊິ່ງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ຜົນສຳເລັດຂອງການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ນັບແຕ່ວັນສ້າງຕັ້ງສາຍພົວພັນການທູດ ໃນວັນທີ 5 ກັນຍາ 1955 ເປັນຕົ້ນມາ ເຖິງແມ່ນວ່າສອງປະເທດ ລາວ ແລະ ອັງກິດ ໄດ້ປິດສະຖານທູດຂອງຕົນໃນຊຸມປີ 1980 ເນື່ອງຈາກໃນໄລຍະນັ້ນ ທັງສອງຝ່າຍມີຄວາມຫຍຸ້ງຍາກໃນດ້ານຕ່າງໆ ແຕ່ກໍຍັງໄດ້ສືບຕໍ່ການພົວພັນ ແລະ ແລກປ່ຽນການໄປມາຫາສູ່ກັນຢ່າງຕໍ່ເນື່ອງ. ຕົກມາຮອດປີ 2012 ລັດຖະບານອັງກິດຈຶ່ງໄດ້ເປີດສະຖານທູດຂອງຕົນຢູ່ນະຄອນຫຼວງວຽງຈັນຢ່າງເປັນທາງການຄືນໃໝ່. ຕໍ່ຈາກນັ້ນ ລັດຖະບານແຫ່ງ ສປປ ລາວ ກໍໄດ້ເປີດສະຖານທູດຂອງຕົນຄືນຢູ່ລອນດອນໃນປີ 2014. ພ້ອມດຽວກັນນັ້ນ ທ່ານລັດຖະມົນຕີໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນອັງກິດ ທີ່ໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆ ໂດຍສະເພາະ ໃນຂະແໜງການເກັບກູ້ລະເບີດບໍ່ທັນແຕກ ສາທາລະນະສຸກ ແລະ ການສຶກສາ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາ ສປປ ລາວ   ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ນໍາເອົາ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ກ້າວສູ່ການພັດທະນາແບບຍືນຍົງເທື່ອລະກ້າວ. ນອກຈາກນັ້ນ ທັງສອງຝ່າຍຍັງໄດ້ສະແດງຄວາມມຸ່ງໝັ້ນທີ່ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ເຕີບໃຫຍ່ຂະຫຍາຍຕົວສູ່ລະດັບໃໝ່ໃນຕໍ່ໜ້າ.  

    ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ສ້າງສັນແຕ່ຕົ້ນຕະຫຼອດປາຍ.

# ຂ່າວ & ພາບ : ລັດເວລາ

error: Content is protected !!