ພິທີເປີດໄຟສີຟ້າ ໃນການສະເຫຼີມສະຫຼອງວັນເດັກໂລກ

    ພິທີເປີດໄຟສີຟ້າ ສະເຫຼີມສະຫຼອງວັນເດັກໂລກ ຄົບຮອບ 31 ປີ (20 ພະຈິກ 1989 ຫາ 20 ພະຈິກ 2020) ຈັດຂຶ້ນວັນທີ 20 ພະຈິກ 2020 ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄກມດ) ກະຊວງສາທາລະນະສຸກ ທ່ານນາງ ເພຍ ເຣເປວໂລ ບຣິດໂຕ ຜູ້ຕາງໜ້າອົງການສະຫະປະຊາຊາດສໍາລັບເດັກ ປະຈໍາລາວ ທ່ານນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ ຮອງປະທານ ຄກມດ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍບັນດາທ່ານຄະນະກົມ ສະຖາບັນ ມວສ ໂຮງໝໍ ສູນ ຕາງໜ້າ 3 ອົງການຈັດຕັ້ງ ນັກຮຽນ-ນັກສຶກສາຈາກ ມວສ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານນາງ ເພຍ ເຣເບວໂລ ບຣິດໂຕ ກ່າວຕໍ່ພິທີຄັ້ງນີ້ວ່າ: ຈຸດປະສົງ ເພື່ອສະເຫຼີມສະຫຼອງວັນເດັກໂລກ ເພື່ອຮຽກຮ້ອງໃຫ້ທຸກຄົນໃນທົ່ວໂລກມາຮ່ວມແຮງຮ່ວມໃຈກັນໂຄສະນາ ປູກຈິດສໍານຶກໃຫ້ຮູ້ກ່ຽວກັບສິດທິ ແລະ ຄວາມຕ້ອງການຂອງເດັກໃນທົ່ວໂລກ ສ້າງຕັ້ງຂຶ້ນຕາມຍັດຕິເລກທີ 836 ຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ປີ 1954 ໂດຍໄດ້ແນະນໍາໃຫ້ທຸກປະເທດທົ່ວໂລກ ສ້າງຕັ້ງວັນເດັກໂລກຂຶ້ນ ແລະ ຖືເອົາວັນດັ່ງກ່າວເປັນວັນແຫ່ງຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງເດັກໃນທົ່ວໂລກ ແນໃສ່ສົ່ງເສີມອຸດົມການ ເປົ້າໝາຍທີ່ກໍານົດໄວ້ໃນກົດບັດສະຫະປະຊາຊາດ ເພື່ອສົ່ງເສີມສະຫວັດດີການສໍາລັບເດັກ ແລະ ເລີ່ມຈັດຕັ້ງປະຕິບັດແຕ່ປີ 1956 ເປັນຕົ້ນມາ ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ 20 ພະຈິກ 1959 ໄດ້ມີຍັດຕິເລກທີ 1386 ເພື່ອປະກາດຖະແຫຼງການກ່ຽວກັບສິດທິເດັກ ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ກໍານົດໃຫ້ເອົາວັນທີ 20 ພະຈິກ ເປັນວັນແຫ່ງສິດທິຂອງເດັກ ຫຼື ວັນເດັກໂລກນັບແຕ່ນັ້ນເປັນຕົ້ນມາ.

    ໂອກາດນີ້ ທ່ານ ພູທອນ ເມືອງປາກ ໄດ້ກ່າວວ່າ: ການສະເຫຼີມສະຫຼອງວັນເດັກໃນມື້ນີ້ ເປັນປີທີ  3  ເຊິ່ງ 2 ປີຜ່ານມາ ໄດ້ຈັດພິທີເປີດຍ້ອມໄຟສີຟ້າຢູ່ປະຕູໄຊ ແຕ່ເນື່ອງຈາກວ່າປີນີ້ເປັນປີທີ່ພິເສດ ທີ່ໄດ້ເອົາໃຈໃສ່ການລົງທຶນເຂົ້າໃນວຽກງານສາທາລະນະສຸກ ແລະ ການສຶກສາເພື່ອເດັກທຸກຄົນ ສະນັ້ນ ພວກເຮົາຈຶ່ງໄດ້ເປີດໄຟສີຟ້າພ້ອມກັນທັງ 2 ບ່ອນ ຄື: ກະຊວງສາທາລະນະສຸກ ແລະ ໂຮງຮຽນມັດທະຍົມຕອນປາຍມິດຕະພາບ ວຽງຈັນ-ໂຮຈີມິງ ເພື່ອເປັນການສະເຫຼີມສະຫຼອງວັນດັ່ງກ່າວ ເຊິ່ງມັນສະແດງເຖີງຄວາມເອົາໃຈໃສ່ ແລະ ຄວາມເປັນຫວ່ງເປັນໄຍຕໍ່ເດັກທຸກຄົນທີ່ເປັນລູກຫຼານ ແລະ ເປັນອະນາຄົດຂອງຊາດລາວເຮົາ ເພື່ອຮັບປະກັນການຢູ່ລອດ ການພັດທະນາ ການປົກປ້ອງ ແລະ ການມີສ່ວນຮ່ວມຂອງເດັກທຸກຄົນ ເຮັດໃຫ້ເດັກລາວບັນດາເຜົ່າມີຄວາມສຸກ ໄດ້ຮັບຄວາມອົບອຸ່ນ ແລະ ການເບີ່ງແຍງດູແລເອົາໃຈໃສ່ເປັນຢ່າງດີຈາກພໍ່ ແມ່ ຄອບຄົວ ຊຸມຊົນ ສັງຄົມ ແລະ ການຈັດຕັ້ງທຸກຂັ້ນ.

# ຂ່າວ & ພາບ : ບຸນມີ

error: Content is protected !!